ຜັກຊີ ເປັນຢາຮັກສາພະຍາດ ໄດ້ຫຼາຍກວ່າທີ່ຄິດ

ຜັກຊີເປັນສະໝຸນໄພທີ່ມີຄຸນຄ່າຫຼາຍເພາະມີວິຕາມິນ ແລະແຮ່ທາດຫຼາຍຊະນິດໃນປະລິມານສູງ, ນອກນັ້ນຍັງມີສັບພະຄຸນທາງຢາອີກຫຼາຍຢ່າງທີ່ຊ່ການເຮັດວຽກຂອງກະເພາະອາຫານ,ຊ່ວຍຍ່ອຍອາຫານ,ແກ້ທ້ອງອືດ ແລະຊ່ວຍຫຼຸດຄວາມດັນເລືອດ,ຊ່ວຍກະຕຸ້ນການເຮັດວຽກຂອງກະເພາະເຮັດໃຫ້ອາຫານທີ່ເຮົາກິນຍ່ອຍໄດ້ດີຂຶ້ນ ແລະບໍ່ເກີດບັນຫານໍ້າຍ່ອຍຫຼັງອອກມາຫຼາຍເກີນໄປຈົນເຮັດໃຫ້ເກີດການແສບຮ້ອນກາງເອີກອີກດ້ວຍ.

ນອກນັ້ນຍັງຊ່ວຍໃຫ້ກະດູກແລະແຂ້ວແຂງແຮງເພາະແຄວຊຽມໃນຜັກຊີຊ່ວຍໃຫ້ກະດູກ ແລະແຂ້ວແຂງແຮງດີ,ຫຼຸດການເປັນຫວັດ, ໄອ, ຫຼຸດອາການ ຕັນດັງ, ດ້ວຍການເອົາຜັກຊີໄປປະສົມກັບອາຫານ,ຊ່ວຍກະຕຸ້ນອະໄວຍະວະຂັບຖ່າຍສິ່ງເສດເຫຼືອເພາະຜັກຊີມີໄຟເບີສູງຊ່ວຍກະຕຸ້ນການເຮັດວຽກຂອງລໍາໄສ້, ການເຮັດວຽກຂອງມ້າມ ແລະຕັບດີຂຶ້ນ, ຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອພະຍາດ ແລະ ອື່ນໆ. 

ພາບ ແລະຂາ່ວຈາກ: ໜັງສຶພິມເສດຖະກິດ-ສັງຄົມ