ມີຫຼາຍສາເຫດເຮັດໃຫ້ສະຫວັນນະເຂດ ເກັບລາຍຮັບບໍ່ເຖິງແຜນ

 ເສດຖະກິດແຂວງສະຫວັນນະເຂດ ຂະຫຍາຍຕົວຊ້າລົງ ແລະເປັນຜົນກະທົບໂດຍກົງຕໍ່ກັບບັນຫາການຂາດດຸນງົບປະມານ, ການເກັບລາຍຮັບບໍ່ທັນໄດ້ຕາມແຜນ,ການສົ່ງເສີມຜະລິດສິນຄ້າ ແລະ ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງບໍ່ທັນເຂັ້ມແຂງ, ການປັບປຸງສົ່ງເສີມ ແລະ ການນໍາໃຊ້ທ່າແຮງດ້ານການທ່ອງທ່ຽວ. ນີ້ເປັນບັນຫາໜຶ່ງທີ່ເຮັດໃຫ້ວຽກສ່ວຍສາອາກອນຕໍ່ກັບການຈັດເກັບລາຍຮັບຫຼຸດລົງຊຶ່ງຫົວໜ່ວຍທຸລະກິດທີ່ແຂວງຄຸ້ມຄອງມີຈໍານວນ 862 ຫົວໜ່ວຍ ໃນນີ້ຫົວໜ່ວຍພາຍໃນ ມີ 970 ຫົວ ໜ່ວຍ, ຍື່ນແຈ້ງມີ 475 ຫົວໜ່ວຍ, ເທົ່າກັບ 60,13%, ຫົວໜ່ວຍທຸລະກິດທີ່ເປັນສາຂາມີ 72 ຫົວໜ່ວຍ, ມາຍື່ນແຈ້ງ 53 ຫົວໜ່ວຍ ເທົ່າກັບ 73,61% ນີ້ແມ່ນຄໍາເຫັນຂອງ ທ່ານນາງ ບົວສະຫວັນ ລຸຍບົວທອງ ຮອງຫົວໜ້າພະແນກການເງິນແຂວງສະຫວັນນະເຂດຕໍ່ກອງປະຊຸມຈັດຕັ້ງປະຕິບັດແຜນງົບປະ ມານ 6 ເດືອນຕົ້ນປີ 2019.

  ຈາກນີ້ກໍ່ມີການແຈ້ງມອບພັນທະຂອງຫົວໜ່ວຍທຸລະກິດຂະໜາດໃຫຍ່ຈໍານວນໜຶ່ງທັງຫົວໜ່ວຍພາຍໃນ ແລະສາຂາມາເຄື່ອນໄຫວກໍ່ມີລັກສະນະຫຼຸດລົງເຊັ່ນ: ການມອບພັນທະຂອງບໍລິສັດສະຫວັນຣີເຈັ້ນລີສອດມີການແຈ້ງມອບພຽງແຕ່ 50% ຊຶ່ງບໍ່ໄປຕາມການຂຶ້ນແຜນປະຈໍາປີກັບການສະເໜີເບື້ອງຕົ້ນ; ຕໍ່ມາແມ່ນການເລັ່ງທວງ ແລະ ເກັບກູ້ໜີ້ສິນນໍາບັນດາຫົວໜ່ວຍທຸລະກິດຕ່າງໆຍັງມີຂໍ້ຈໍາກັດເຖິງວ່າໄດ້ນໍາໃຊ້ຫຼາຍມາດຕະການແຕ່ບໍ່ໄດ້ຮັບການຮ່ວມມືຈາກພາກທຸລະກິດເຮັດໃຫ້ການເກັບກູ້ໜີ້ສິນມອບງົບປະມານບໍ່ໄດ້ ຕາມແຜນ; ການປັບປຸງລະບົບກົນ ໄກການຊໍາລະພາສີທີ່ດິນສູ່ລະບົບ ຊໍາລະຜ່ານທະນາຄານມາຮອດປະຈຸບັນລາຍຮັບຈາກການແຈ້ງເສຍ ຫຼືຊໍາລະຜ່ານລະບົບທະນາຄານຍັງລວມສູນຢູ່ນໍາສູນກາງແມ່ນວ່າບໍ່ທັນອວ່າຍມາໃຫ້ແຂວງເພື່ອຈົດເປັນລາຍຮັບຂອງແຂວງສະພາບການເກັບທຽບໃສ່ຜ່ານມາຍັງມີຄວາມຊັກ ຊ້າເນື່ອງຈາກມີຫຼາຍເມືອງຢູ່ໃນໄລຍະສຶກສາລະບຽບການໃໝ່ ແລະບໍ່ທັນມີຄວາມເຂົ້າໃຈເປັນເອກະພາບຈຶ່ງເຮັດໃຫ້ແກ່ຍາວການຊຸກຍູ້ການຊໍາລະຕາມຮູບແບບໃໝ່; ບັນ ດາຂະແໜງການທີ່ມີລາຍຮັບຄ່າທໍານຽມ ແລະວິຊາການ (ຈົດຮັບ-ຈົດຈ່າຍ) ການປະຕິບັດມອບຊັກຊ້າເຖິງວ່າມີການປັບປຸງແກ້ໄຂຂອດຄວາມຊັກຊ້າໃນການສະສາງເອ ກະສານ ໄປແລ້ວ ແຕ່ການປະຕິບັດຕົວຈິງ ຂອງບັນດາຂະແໜງການກໍ່ຍັງ ແຈ້ງມອບງົບປະມານຊັກຊ້າຢູ່; ສະພາບການເບີກຈ່າຍງົບປະມານຊໍາລະໂຄງການລົງທຶນຕ່າງໆຂອງ ລັດເຫັນວ່າຫຼຸດລົງສົ່ງ ຜົນກະ ທົບໂດຍກົງຕໍ່ການແຈ້ງມອບອາ ກອນທີ່ຕິດພັນ ຊຶ່ງໃນຜ່ານມາເຫັນ ວ່າຫຼຸດລົງ. ຕໍ່ກັບການເລັ່ງທວງ ໜີ້ສິນຈາກພາກທຸລະກິດເຂົາກໍ່ຍັງ ອ້າງເຫດຜົນວ່າລໍຖ້າໄດ້ຮັບຊໍາລະ ຈາກລັດແຕ່ກໍ່ບໍ່ກ່ຽວຂ້ອງກັນກໍ່ ຕາມ ແລະການປັບປຸງການກໍານົດ ອັດຕາ (ອມພ) ການສົ່ງອອກເປັນ ສູນກໍ່ເປັນສ່ວນໜຶ່ງທີ່ກະທົບຕໍ່ການເກັບພັນທະຈາກສິນຄ້າທີ່ສົ່ງອອກ ເປັນຕົ້ນແມ່ນຫີນກາວ.

 ທ່ານນາງ ບົວສະຫວັນ ລຸຍບົວທອງ ກ່າວຕື່ມວ່າ: ການທີ່ອ້າງເງື່ອນໄຂອາກອນຫຼຸດລົງແມ່ນເກີດຈາກປັດໄຈນອກຕົວເຊັ່ນ: ສະພາບການຂະຫຍາຍຕົວເສດຖະກິດຂອງປະເທດເຮົາຢູ່ໃນຈັ່ງຫວະ ຊະລໍຕົວໃນນີ້ສະພາບການຂະ ຫຍາຍຕົວດ້ານເສດຖະກິດຂອງ ແຂວງ ເຫັນວ່າອັດຕາການຂະ ຫຍາຍຕົວຂອງ (GDP) ຕາມແຜນການ 5 ປີຄັ້ງທີ VIII ແມ່ນ ບໍ່ໄປຕາມຈັງຫວະທີ່ຄາດໄວ້ ຈາກ 11,5-12% ຕໍ່ປີ ປັບລົງສະເລ່ຍ 9,65% ຕໍ່ປີ, ນະໂຍບາຍສົ່ງເສີມການລົງທຶນຕິດພັນກັບການບັງຄັບໃຊ້ສັນຍາສໍາປະທານ ແລະ ການປັບອັດຕາການຈັດເກັບອາກອນບາງປະເພດໄດ້ມີອັນກະທົບໂດຍກົງຕໍ່ການຈັດເກັບລາຍຮັບຂອງຂະແໜງສ່ວຍສາອາກອນ,ຈາກນີ້ກໍ່ມີຫຼາຍຫົວ ໜ່ວຍທຸລະກິດບໍ່ທັນມີຄວາມຕື່ນຕົວ ແລະຈິງໃຈຕໍ່ການປະຕິບັດພັນທະທັງຍັງອາໄສຊ່ອງຫວ່າງທາງກົດໝາຍເພື່ອຫລົບຫຼີກເຊື່ອງອໍາ ແລະ ແກ່ຍາວທ່ວງດຶງການແຈ້ງເສຍພັນທະ ແລະ ປັດໄຈໃນຕົວກໍ່ແມ່ນການກວດ ກາບັນຊີທ້າຍປີ ແລະກວດກາ ແບບໄວຍັງເຮັດບໍ່ໄດ້ດີ ເພາະຂາດ ບຸກຄະລາກອນກວດກາ. ມີບາງຫົວໜ່ວຍທຸລະກິດແມ່ນບໍ່ໃຫ້ການຮ່ວມມື; ການເກັບໜີ້ຄ້າງມອບຈາກການກວດບັນຊີຄົບຊຸດ ແລະ ໜີ້ຄ້າງຈາກການແຈ້ງມອບໃນລະບົບກໍ່ພົບຄວາມຫຍຸ້ງຍາກຖ້ານໍາໃຊ້ມາດຕະການເຂົ້າຫຼາຍກໍ່ມີສຽງຈົ່ມວ່າ ແລະກະທົບຕໍ່ນະໂຍບາຍສົ່ງເສີມຫົວໜ່ວຍທຸລະກິດພາຍໃນແຂວງເປັນຕົ້ນໜີ້ສິນທີ່ເຈົ້າຂອງບໍລິສັດຍັງມີຄ້າງຊໍາລະຈາກເບື້ອງງົບປະມານ.

ການເກັບກໍາຫົວໜ່ວຍທຸລະກິດບັນດາເມືອງ, ນະຄອນແມ່ນຍັງສັງລວມບໍ່ຊັດເຈນ; ການນໍາໃຊ້ລະບົບTaxris ແມ່ນເອື້ອອໍານວຍຄວາມສະດວກແກ່ພາກທຸລະກິດເຫັນວ່າ: ການຈັດເກັບລາຍຮັບກໍ່ພົບບັນຫາຍ້ອນທຸລະກິດສາມາດດໍາເນີນການແຈ້ງມອບຜ່ານລະບົບດ້ວຍຕົວເອງໂດຍບໍ່ໄດ້ຜ່ານການກວດກາພື້ນຖານຈາກເຈົ້າໜ້າທີ່ເຮັດໃຫ້ການແຈ້ງມອບພັນທະເປັນຕົວເລກທີ່ຕໍ່າ, ການປຸກລະດົມໃຫ້ຫົວໜ່ວຍທຸລະກິດນໍາໃຊ້ເຄື່ອງບັນທຶກການຂາຍແມ່ນບໍ່ສາມາດຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຍ້ອນຫົວໜ່ວຍທຸລະກິດທີ່ເປັນເປົ້າໝາຍຊຸກຍູ້ໃຫ້ມີການນໍາໃຊ້ຍັງມີການສົມທຽບໃສ່ຫ້າງຮ້ານທົ່ວໄປທີ່ບໍ່ໄດ້ນໍາໃຊ້ (pos), ການຍື່ນໃບແຈ້ງມອບແມ່ນຍັງບໍ່ຄົບຖ້ວນທຸກຫົວໜ່ວ ຍທຸລະກິດ; ການເກັບລາຍຮັບຈາກຄ່າທໍານຽມອ້ອມຂ້າງລາຍຮັບວິຊາການແລະພາສີທີ່ດິນແມ່ນຫຼຸດລົງສ່ວນໜຶ່ງກໍ່ແມ່ນຫັນເຂົ້າສູ່ການນໍາໃຊ້ລະບົບໃໝ່ຊຶ່ງໃນ 6 ເດືອນປີ 2019 ແຂວງສະຫວັນນະເຂດສາມາດສ້າງລາຍຮັບທີ່ເປັນພູດຂອງທ້ອງຖິ່ນໄດ້ 294,51 ຕື້ກີບ 41,63% ຂອງແຜນການປີທຽບໃສ່ໄລຍະດຽວແມ່ນຫຼຸດລົງ2, 46% ໃນນີ້ມີລາຍຮັບຈາກສ່ວຍສາອາກອນປະຕິບັດໄດ້ 281,2 ຕື້ກີບ ເທົ່າກັບ 41,01% ຂອງແຜນການປີຈາກນີ້ກໍ່ມີລາຍຮັບຈາກຊັບສິນອີກຈຳນວນ 13,29 ຕື້ກີບ .

----------------------

ໜັງສືພິມເສດຖະກິດ-ສັງຄົມ