Parasite ຄວ້າແຊ້ມທີ່ສ້າງເງິນສູງສຸດ ໃນຝຣັ່ງ-ຫວຽດນາມ

ເລື່ອງ Parasite ໂດ່ງ ດັງແຮງແຊງ TRAIN TO BUSAN  ຄວ້າແຊ້ມຮູບເງົາ ສ ເກົາຫຼີ ທີ່ສ້າງເງິນສູງສຸດຕະຫຼອດການໃນຝຣັ່ງ ແລະສສ ຫວຽດນາມ.

ຫຼັງຈາກໄດ້ຮັບລາງວັນສູງສຸດຈາກເທດສະການຮູບເງົາເມືອງ ຄານຍັງເດີນໜ້າສ້າງລາຍໄດ້ໄປທົ່ວໂລກສຳລັບ  Parasite ທີ່ສ້າງປາກົດການຄວາມໂດ່ງດັງດ້ວຍ ການກວາດລາຍໄດ້ໄປທົ່ວໂລກ ແລະຫຼ້າສຸດສ້າງສະຖິຕິໃໝ່ຄວ້າແຊ້ມຮູບເງົາ ສ ເກົາຫຼີທີ່ສ້າງເງິນສູງ ສຸດຕະຫຼອດການໃນຝຣັ່ງ ແລະ ຫວຽດນາມ ຂະນະທີ່ແຊ້ມເກົ່າ TRAIN TO BUSAN ໄປໄດ້ ໂດຍໃນຝຣັ່ງຮູບເງົາເລື່ອງ Parasite ສ້າງລາຍໄດ້ໄປທີ່ 7,4 ລ້ານ ໂດລາສະຫະລັດ,ຫວຽດນາມສ້າງ ລາຍໄດ້ໄປ 2,7 ລ້ານໂດລາ  ລວມທັງຍັງສ້າງລາຍໄດ້ເປີດໂຕຊະນະ TRAIN TO BUSAN  ໃນອົດສະຕຣາລີ ແລະໃນນູແວນເຊລັງອີກດ້ວຍ.

Parasite ຖືເປັນຮູບເງົາຕະລົກຮ້າຍທີ່ວ່າດ້ວຍເລື່ອງລາວກ່ຽວກັບຄອບຄົວຖານະທຸກຍາກໃນນະຄອນຫຼວງເຊອູນທີ່ພໍ່ ແລະແມ່ບໍ່ມີວຽກເຮັດລູກຊາຍກົກ (ຊະເວອູ ຊິກ) ໃຫ້ນ້ອງສາວ (ພັກໂຊດຳ)ຊ່ວຍປອມໂຕຕົນເພື່ອສວມຮອຍເປັນນັກຮຽນນອກ ໂດຍຫວັງວ່າຈະໄດ້ວຽກສອນໜັງສືໃຫ້ລູກສາວຂອງເສດຖີ  (ອີຊອນຄະຢູນ) ແລະພັນລະຍາ (ໂຈຢໍຈອງ) ຈົນເປັນເຫດໃຫ້ທັງສອງຄອບຄົວທີ່ຖານະແຕກຕ່າງກັນທີ່ສຸດນີ້ຕ້ອງມາກ່ຽວພັນກັນໃນເຫດການນີ້.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ