ເກີດເຫດຟ້າຜ່າຢູ່ອິນເດຍ ເສຍຊີວິດ 20 ຄົນ

ເຈົ້າໜ້າທີ່ລັດຖະບານຂອງອິນເດຍເປີດເຜີຍໃນວັນທີ 24 ກໍ ລະກົດທີ່ຜ່ານມາວ່າເກີດເຫດຟ້າ ຜ່າຂ້າຊີວິດຜູ້ຄົນໄປຢ່າງໜ້ອຍ 20 ຄົນ ທາງຕາເວັນອອກຂອງປະເທດ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ອາມອດ ກຸມານ ເຈົ້າໜ້າທີ່ສຳນັກງານບໍລິຫານຈັດ ການໄພພິບັດຂອງອິນເດຍເປີດເຜີຍວ່າພົບຜູ້ເສຍຊີວິດແລ້ວຢ່າງ ໜ້ອຍ 20 ຄົນຈາກຟ້າຜ່າ ເພາະ ພາຍຸຝົນໃນວັນທີ 24 ກໍລະກົດ ທີ່ຜ່ານມາໃນລັດພິຫານທາງຕາ ເວັນອອກຂອງອິນເດຍສົ່ງຜົນເຮັດໃຫ້ຕົວເລກຜູ້ເສຍຊີວິດທັງໝົດໃນລັດພິຫານຈາກຟ້າຜ່າ ແລະນໍ້າຖ້ວມລວມແລ້ວຫຼາຍກວ່າ 100 ຄົນນັບຕັ້ງແຕ່ເລີ່ມຕົ້ນລະດູຝົນໃນເດືອນມິຖຸນາທີ່ຜ່ານມາ, ໃນວັນທີ 21 ທີ່ຜ່ານມາມີຜູ້ເສຍຊີວິດ 33 ຄົນຈາກຟ້າຜ່າໃນລັດອຸດຕະປະເທດຊຶ່ງສ່ວນໃຫຍ່ເປັນຊາວກະສິກອນທີ່ເຮັດວຽກຢູ່ໄຮ່ນາມີປະຊາຊົນໄດ້ຮັບຄວາມເດືອດຮ້ອນຫຼາຍກວ່າ 1 ລ້ານຄົນຈາກນໍ້າຖ້ວມ,ບ້ານເຮືອນ ແລະພື້ນທີ່ກະສິກຳໄດ້ຮັບຄວາມເສຍຫາຍຈາກລະດັບນໍ້າທີ່ສູງ ໂດຍສະເພາະໃນລັດພິຫານ ແລະອັສສຳ.

ລະດູມໍລະສຸມຂອງປະເທດໃນ ພາກພື້ນອາຊີໃຕ້ເລີ່ມແຕ່ເດືອນມິຖຸນາໄປຈົນເຖິງເດືອນກັນຍາ ແລະເປັນໄລຍະລະດູການທີ່ສຳຄັນສຳລັບຂະແໜງກະສິກຳທີ່ຕ້ອງ ການນໍ້າສຳລັບພືດໄຮ່.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ