ອີຢູ ຈະເກັບພາສີສິນຄ້ານໍາເຂົ້າຈາກອາເມລິກາ 35 ຕື້ເອີໂຣ

  ອີຢູ ພ້ອມແລ້ວທີ່ຈະຈັດວາງອັດຕາພາສີເພີ່ມເຕີມສໍາລັບປະລິມານສິນຄ້ານໍາເຂົ້າຈາກອາເມລິກາທີ່ມີມູນຄ່າ 35 ຕື້ເອີໂຣ ຖ້າຫາກວ່າວໍຊີງຕັນເພີ່ມອັດຕາພາສີລົດທີ່ນໍາເຂົ້າຈາກເອີຣົບ.

ຕາມຂ່າວຕ່າງປະເທດລາຍງານໃນວັນທີ 23 ກໍລະກົດຜ່ານມາວ່າ ທ່ານ ນາງ Cecilia Malmstrom ກໍາມະການດ້ານການຄ້າສະຫະພາບເອີຣົບ (ອີຢູ) ຢັ້ງຢືນວ່າອີຢູ ພ້ອມແລ້ວທີ່ຈະຈັດວາງອັດຕາພາສີເພີ່ມເຕີມສໍາລັບປະລິມານສິນຄ້ານໍາເຂົ້າຈາກອາເມລິກາທີ່ມີມູນຄ່າ35 ຕື້ເອີໂຣຖ້າຫາກວ່າອາເມລິກາ ເພີ່ມອັດຕາພາສີລົດທີ່ນໍາເຂົ້າຈາກອີຣົບ.ຄໍາກ່າວເຕືອນດັ່ງກ່າວ ໄດ້ຍົກອອກມາໃນສະພາບທີ່ແຜນການບັນລຸໄດ້ສັນຍາການຄ້າຈໍາກັດລະຫວ່າງເອີຣົບ ແລະອາເມລິກາພວມຕົກເຂົ້າສູ່ ສະພາບຈົນຕາແຈ.ອີຢູຢັ້ງຢືນວ່າ “ຈະບໍ່ຍອມຮັບບໍ່ວ່າການເຄື່ອນໄຫວທາງການຄ້າໃດໆທີ່ຖືກຄຸ້ມຄອງ ແລະຈັດວາງໂຄຕາ ຫຼື ຈໍາກັດການ ສົ່ງອອກແບບສະໝັກໃຈ” ແລະ “ຖ້າຫາກວ່າອາເມລິກາເພີ່ມອັດຕາພາ ສີ, ອີຢູ ຈະມີບັນຊີລາຍຊື່ສິນຄ້າໂຕ້ຕອບ”.

ທ່ານນາງ ໃຫ້ຮູ້ວ່າໄດ້ກຽມພ້ອມບັນດາມາດຕະການຈັດວາງອັດຕາພາສີໂຕ້ຕອບເປັນທີ່ຮຽບຮ້ອຍແລ້ວສໍາລັບສິນຄ້າທີ່ມີມູນຄ່າ 35 ຕື້ ເອີໂຣ ເຖິງວ່າຈະບໍ່່ໄດ້ນໍາໃຊ້ມັນ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ