4 ປະເທດອາຊີ ໃຊ້ຈ່າຍທ່ອງທ່ຽວເກືອບ 20% ທົ່ວໂລກ

 ຕາມການລາຍງານຂອງມາສເຕີກາດລະບຸວ່າ ນັກເດີນທາງທ່ອງທ່ຽວຈາກ 4 ປະເທດສຳຄັນ ໃນອາຊີ-ປາຊີຟິກຄິດເປັນເກືອບ 1 ໃນ 5 ຂອງການໃຊ້ຈ່າຍໃນການທ່ອງທ່ຽວທົ່ວໂລກໃນປີ 2018 ທີ່ຜ່ານມາ.

ຕາມຂ່າວຕ່າງປະເທດລາຍງານວ່າຜົນການສຶກສາຂອງມາສເຕີກາດທີ່ມີຊື່ວ່າ “ Global Des tination Cities Index:Origins” ພົບວ່າ ນັກເດີນທາງຈາກ ສປ ຈີນ, ສ ເກົາຫຼີ, ຍີ່ປຸ່ນ ແລະໄຕ້ຫວັນ ມີ ຍອດໃຊ້ຈ່າຍຄິດເປັນ 18,5% ຂອງຍອດການໃຊ້ຈ່າຍໃນ 200 ເມືອງທ່ອງທ່ຽວຊັ້ນນໍາຂອງໂລກໃນປີ 2018 ເພີ່ມຂຶ້ນຈາກ 11% ໃນທົດສະວັດກ່ອນ, ໂດຍຈີນ (ລວມທັງຮົງກົງ ແລະມາເກ໋າ)ເພີ່ມຂຶ້ນຈາກອັນດັບ 7 ໃນປີ 2009 ຂຶ້ນເປັນອັນດັບ 2 ໃນປີ 2018 ຄິດເປັນ 9% ຂອງການ ໃຊ້ຈ່າຍຂອງນັກທ່ອງທ່ຽວທົ່ວ ໂລກ.ຂະນະທີ່ ສ ເກົາຫຼີ ແລະໄຕ້ ຫວັນ ຂຶ້ນມາຢູ່ອັນດັບ 10 ເປັນເທື່ອ ທຳອິດ ຄິດເປັນ 3,4% ແລະ 2,3% ຕາມລໍາດັບ ແລະຍີ່ປຸ່ນຄິດ ເປັນ 3,1% ຫຼຸດລົງມາສອງອັນ ດັບໃນໄລຍະ 10 ປີຫຼ້າສຸດ. ຢ່າງ ໃດກໍຕາມໃນດ້ານການໃຊ້ຈ່າຍໃນການເດີນທາງໂດຍລວມຈີນ ໂດດເດັ່ນດ້ວຍຕົວເລກ 9,6% ຮອງລົງມາແມ່ນອາເມລິກາ 9,2%, ໂດຍ 10 ອັນດັບທຳອິດຂອງປະເທດທີ່ມີການເດີນທາງຫຼາຍທີ່ສຸດທົ່ວໂລກຄື: ອັນດັບ 1 ອາເມລິກາ, ອັນດັບ 2 ຈີນ, ອັນດັບ 3 ເຢຍລະມັນ, ອັງກິດ, ຝຣັ່ງ, ສ ເກົາຫຼີ, ຍີ່ປຸ່ນ, ການາດາ, ຣັດເຊຍ ແລະໄຕ້ຫວັນ.

ລາຍງານລະບຸວ່ານັກເດີນທາງ ເພື່ອທຸລະກິດ ແລະທ່ອງທ່ຽວຈາກ 10 ຕະຫຼາດສຳຄັນລວມກັນຄິດ ເປັນເກືອບເຄິ່ງ (49,1%) ຂອງນັກເດີນທາງຄ້າງຄືນໃນ 200 ຈຸດໝາຍປາຍທາງໃນປີກ່ອນ ແລະຄິດເປັນ 48,4% ຂອງຍອດໃຊ້ຈ່າຍທັງໝົດ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ