ຝຶກອົບຮົມວິທີປ້ອງກັນອັກຄີໄພໃຫ້ນັກສຶກສາ

ໃນວັນທີ 24 ກໍລະກົດ ຜ່ານມາພະແນກສະກັດກັ້ນ ແລະຕ້ານອັກຄີໄພ ປກສ ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຝຶກອົບຮົມວຽກງານສະກັດກັ້ນ ແລະຕ້ານອັກຄີໄພຂັ້ນພື້ນຖານໃຫ້ນັກຮຽນນັກສຶກສາໂຮງຮຽນເຕັກນິກວິຊາຊີບ ແຂວງສະຫວັນນະເຂດໂດຍມີທ່ານພັຕ ເຂືອງຄຳ ພົມ ມະລາດຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະຕ້ານອັກຄີໄພ ພ້ອມດ້ວຍພະນັກງານວິຊາການ,ເຂົ້າຮ່ວມມີທ່ານ ຄຳສິງ ນັນທະ ວອນຮອງຫົວໜ້າພະແນກກິດຈະການນັກສຶກສາ, ພ້ອມດ້ວຍຄູ-ອາ ຈານ ແລະນັກຮຽນນັກສຶກສາເຂົ້າຮ່ວມ.

ທ່ານ ພັຕ ເຂືອງຄຳ ພົມມະລາດຮອງຫົວໜ້າພະແນກສະ ກັດກັ້ນ ແລະຕ້ານອັກຄີໄພ ປກສ ແຂວງ ໄດ້ຜ່ານກົດໝາຍວ່າດ້ວຍການສະກັດກັ້ນ ແລະຕ້ານອັກຄີໄພພ້ອມດຽວກັນນີ້ກໍ່ໄດ້ຍົກໃຫ້ເຫັນບັນຫາທີ່ມັກພາໃຫ້ເກີດອັກຄີໄພຢູ່ຕາມບັນດາໂຮງຈັກໂຮງງານ,ຕະຫຼາດ,ຫ້າງຮ້ານຕ່າງໆຕະຫຼອດຮອບ້ານເຮືອນປະຊາຊົນ,ອະທິບາຍທິດສະດີເບື້ອງຕົ້ນໃນການປ້ອງກັນ,ການຊ່ວຍເຫຼືອຕົນເອງ ແລະຄົນອື່ນໃນຍາມເກີດອັກຄີໄພ,ຍົກໃຫ້ເຫັນຊະນິດໄຟຕ່າງໆ,ອົງປະກອບຂອງໄຟ ແລະການນຳໃຊ້ບັ້ງມອດໄຟໃຫ້ຖືກຕ້ອງຕາມແຕ່ລະຊະນິດຂອງໄຟສາທິດ ແລະລົງປະຕິບັດຕົວຈິງກ່ຽວກັບວິທີດັບມອດໄຟ,ການໃຊ້ບັ້ງມອດໄຟເຂົ້າມອດ ໄຟຈາກເຕົາແກັສ ແລະມອດໄຟຈາກນໍ້າມັນ,ການດັບມອດໄຟທີ່ເກີດຈາກແກັສຮົ່ວດ້ວຍມືເປົ່າ,ການດັບມອດໄຟຈາກສາຍແກັສຫຼຸດ,ສາທິດການນຳໃຊ້ລົດມອດໄຟ, ວິທີນຳໃຊ້ສາຍສີດນໍ້າຈາກລົດມອດໄຟເພື່ອເຮັດໃຫ້ນັກຮຽນນັກສຶກສາມີຄວາມຮູ້ພື້ນຖານໃນການປ້ອງກັນສະກັດກັ້ນອັກຄີໄພ,ມີຄວາມຮັບຜິດຊອບເປັນເຈົ້າການເມື່ອມີໄຟໄໝ້ເກີດຂຶ້ນສາມາດແກ້ໄຂໄດ້ຢ່າງທັນການປ້ອງກັນຜົນເສຍຫາຍທີ່ເກີດຈາກອັກຄີໄພໃຫ້ຫຼຸດໜ້ອຍທີ່ສຸດ.

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ