ຫຼາຍພາກສ່ວນ ຊຸກຍູ້ເຍົາວະຊົນ ດີເຄ ຮ່ວມຊິງແຊ້ມ ນາໆຊາດ ທີ່ສປ ຈີນ

  ບໍລິສັດຫຼາຍພາກສ່ວນໃຫ້ການສະໜັບສະໜູນເຄື່ອງນຸ່ງກີລາບານເຕະແລະເງິນສົດລວມມູນຄ່າ 10 ລ້ານກວ່າກີບຊຸກຍູ້ຂຸນພົນນັກເຕະລາວຮຸ່ນອາຍຸບໍ່ເກີນ 14 ປີ ຂອງສະໂມສອນ ດີເຄ ເອັບຊີທີ່ຕາງໜ້າ ສປປ ລາວ ເຂົ້າຮ່ວມ ແຂ່ງຂັນເຕະບານຊິງແຊ້ມນາໆ ຊາດ ທີ່ເມືອງຣີຊາວ ສປ ຈີນຈະຈັດຂຶ້ນລະຫວ່າງວັນທີ 29 ກໍລະ ກົດ ຫາ 6 ສິງຫານີ້.

ເມື່ອບໍ່ດົນມານີ້ຫຼາຍພາກສ່ວນ ໄດ້ແຈ້ງເຈດຈຳນົງມອບເຄື່ອງນຸ່ງ ຊຸດຊ້ອມ ແລະຊຸດແຂ່ງຂັນກີລາບານເຕະຊຸກຍູ້ຂຸນພົນນັກເຕະລາວ ຮຸ່ນອາຍຸບໍ່ເກີນ 14 ປີ ຂອງສະໂມສອນດີເຄ ເອັບຊີ ທີ່ຕາງໜ້າ ສປປ ລາວ ເຂົ້າຮ່ວມແຂ່ງຂັນບານເຕະຊິງແຊ້ມນາໆຊາດທີ່ເມືອງຣີຊາວ ສປ ຈີນ ໂອກາດດັ່ງກ່າວ,ທ່ານວສອນ ພັນທະວົງ ກໍໄດ້ສະແດງ ຄວາມຮູ້ບຸນຄຸນ ແລະຂໍຂອບໃຈເປັນຢ່າງສູງມາຍັງນໍ້າໃຈຂອງບັນດາບໍ ລິສັດພາກສ່ວນຕ່າງໆ ແລະຂໍໃຫ້ເຊື່ອໝັ້ນວ່າພວກເຮົາຈະພະຍາຍາມສູ້ຊົນເຮັດໃຫ້ດີທີ່ສຸດເພື່ອນຳພານັກກີລາຂອງສະໂມສອນດີເຄ ທີ່ມີໂອກາດຕາງໜ້າເຍົາວະຊົນລາວເຂົ້າຮ່ວມສ້າງຜົນງານເພື່ອເປັນກຽດ ແລະຊື່ສຽງມາສູ່ປະເທດຊາດ.

ສຳລັບບັນດາພາກສ່ວນທີ່ໃຫ້ການອຸປະຖຳສະໜັບສະໜູນທິມດີເຄ ເຂົ້າຮ່ວມເຕະບານຊິງແຊ້ມ ນາໆຊາດທີ່ເມືອງຣີຊາວ ສປ ຈີນຈະຈັດຂຶ້ນລະຫວ່າງວັນທີ 29 ກໍ ລະກົດ ຫາ 6 ສິງຫານີ້ປະກອບມີ ກຸ່ມບໍລິສັດນິກສັນມອບເຄື່ອງກີລາ 40  ຊຸດລວມມູນຄ່າ 4,3  ລ້ານກວ່າກີບ,ບໍລິສັດດີເຄຈຽງຄອນກີດຈຳກັດຜູ້ດຽວມອບຊຸດຊ້ອມບານ 40  ຊຸດມູນຄ່າ  3,9 ລ້ານກວ່າກີບ, ບໍລິສັດ ອິນທະພອນ ບໍລິການຈຳກັດຜູ້ດຽວມອບເງິນສົດ 2 ລ້ານ ກີບ,ສະໜາມກີລາບານເຕະຫຍ້າທຽມປະສານໃຈຊຸກຍູ້ 1 ລ້ານກີບ.ນອກຈາກນັ້ນ,ກໍຍັງບັນດາບໍລິສັດ ຕ່າງໆ ທີ່ມອບເງິນຈຳນວນໜຶ່ງໃຫ້ ຕື່ມອີກ.

ຕະຫຼອດໄລຍະການເກັບຕົວຝຶກຊ້ອມຂຸນພົນນັກເຕະດີເຄ ສ້າງຜົນງານໄດ້ຢ່າງໂດດເດັ່ນສາມາດຄວ້າແຊ້ມໄດ້ 1 ລາຍການ,ລົງສະໜາມອຸ່ນເຄື່ອງຄວ້າໄຊຊະນະ 9  ຄັ້ງຊະນະ 8 ຄັ້ງ ແລະເສຍ 1 ຄັ້ງ, ໃນນັ້ນ ຢູ-14  ດີເຄໄດ້ອອກໄປເຄື່ອນໄຫວແຂ່ງຂັນຢູ່ສະໜາມຂອງທິມຄູ່ແຂ່ງຂັນ ໂດຍນັດທຳອິດສາມາດຊະນະ ສະໂມສອນຊ້າງນ້ອຍ 3-1 ປະຕູຊະນະ ທິມນາຊ້ອນ 6-1 ປະຕູຊະນະສະໂມສອນມະຫາວິທະຍາໄລແຫ່ງຊາດ (ມຊ) 4-1 ປະຕູຊະນະສະໂມສອນບຸນເກີດ 6-0  ປະຕູ, ຊະນະສະໂມສອນຕາເວັນ 5-0 ປະຕູ, ເສຍ ເຄພີເອັດ 1-2 ປະຕູ, ຊະນະທິມ ເຄເອັນຊີ 5-3 ປະຕູ ທີ່ສະໜາມຫຍ້າທຽມບ້ານຖິ່ນຕົ່ມ, ຊະນະສະໂມສອນຊ້າງນອ້ຍ  4-1 ປະຕູ, ຊະນະສະໂມສອນປະສານມິດ 3-0 ປະຕູ ແລະສາ ມາດແຈ້ງເກີດຄວ້າແຊ້ມການແຂ່ງຂັນເຕະບານ 4 ສະໂມສອນທີ່ສະໜາມປະສານໃຈອີກດ້ວຍ.

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ