MacbookPro ເພີ່ມລຸ້ນໃໝ່ຂຸມພະລັງ Intel Core ແບບ 8Core ຕົວທອປ

  ໃນຄັ້ງນີ້ Apple ໄດ້ນຳ Intel Core i9 ລຸ້ນທີ 9 ໃສ່ໃນ ຄອມພິວເຕີລຸ້ນທອປຂອງຕົນສ່ວນ ລຸ້ນທີ່ເຫຼືອກໍຈະມີ Intel Core ໃນລຸ້ນ 8 ແລະ9 ໃຫ້ເລືອກຢ່າງຫຼວງຫຼາຍແຕ່ວ່າສຳລັບລຸ້ນ 13 ນິ້ວຈະ ເປັນ CPU 4 Core ໃຫ້ເລືອກແຕ່ ສຳລັບ 15 ນິ້ວຈະມີທັງ 6 ແລະ8 Core ໃຫ້ເລືອກ.

ແຕ່ຄວາມປ່ຽນແປງພາຍໃນ ອີກເລື່ອງໜຶ່ງຄື  Butterfly Keyboard ທີ່ມີການປັບປຸງວັດສະດຸໃໝ່ຊ່ວຍໃຫ້ບັນຫາເດີມໆນັ້ນຫາຍໄປໄດ້.

ສ່ວນລາຄາເລີ່ມຕົ້ນກັບລຸ້ນ 13 ນິ້ວຢູ່ທີ່ 1.714 ໂດລາສະຫະລັດ,ລຸ້ນ 15 ນິ້ວ 2.285 ໂດລາສະຫະລັດແຕ່ຈະໄປຈົບກັບຕົວທອປທີ່ຄຳນວນອອກມາແລ້ວຢູ່ທີ່ 6.968,57 ໂດລາສະຫະລັດ ໂດຍເລີ່ມສັ່ງໄດ້ທາງ Apple Online Store ແລະເລີ່ມວາງຂາຍໃນ Apple Store ແລ້ວ.

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ