Edelkrone ແນະນຳຜະລິດຕະພັນຕົວທຳອິດ ໃນໄລນ ORTAK

   ORTAK ຄືແນວທາງການຜະລິດຮ່ວມທີ່ມີລັກສະນະສະເພາະທີ່ບໍ່ວ່າໃຜກໍສາມາດເປັນເຈົ້າຂອງຜະລິດຕະພັນໄຮເທັກພ້ອມໃຊ້ ງານຢ່າງເຕັມຮູບແບບໃນລາຄາທີ່ຖືກລົງກວ່າເກົ່າຫຼາຍດ້ວຍວິທີການແບບ ORTAK ດັ່ງທີ່ກ່າວມາບັດນີ້ລູກຄ້າຂອງ edelkrone ສາ ມາດຊື້ສິ້ນສ່ວນອະລູມິນຽມເຄິ່ງ CNC ທີ່ຕ້ອງການໄດ້ທາງອອນໄລນຈາກນັ້ນດາວໂຫຼດແບບຈຳລອງ 3 ມິຕິຂອງ  edelkrone  ສັ່ງພິມ ແລະປະກອບຜະລິດຕະພັນຢ່າງງ່າຍດາຍຢູ່ກັບເຮືອນໂດຍບໍ່ຕ້ອງກັງວົນເຖິງຄຸນນະພາບຂອງຜະລິດຕະພັນເພາະລູກຄ້າສາມາດອອກແບບ ແລະລົງສີໄດ້ຕາມຄວາມຕ້ອງການ.Edelkrone ຕ້ອງການເນັ້ນໜັກວ່າ ໃນອະນາຄົດອັນໃກ້ທຸກເຮືອນຈະມີເຄື່ອງພິມ 3 ມິຕິໃຊ້ ແລະດ້ວຍຜະລິດຕະພັນໃນໄລນ ORTAK ທຸກຄົນຈຶ່ງສາມາດຕັ້ງເປົ້າໝາຍໃນການຜະລິດທີ່ເປັນໄປໄດ້ຫຼາຍຂຶ້ນຕະ ຫຼອດຈົນຫຼຸດຕົ້ນທຶນສຳລັບລູກຄ້າແລະບໍລິສັດອີກທັງຍັງໄດ້ຮັບຜົນຕອບແທນຈາກການລົງທຶນທີ່ໄວ ຂຶ້ນຫຼາຍ.

FlexTILT Head 3D ເປັນຜະລິດຕະພັນຕົວທຳອິດຈາກໄລນ ORTAK ທີ່ຫາກໍເປີດໂຕໃໝ່ຊຶ່ງ ເໝາະສຳລັບການສ້າງຮູບເງົາທີ່ມີ ງົບປະມານຈຳກັດຜະລິດຕະພັນໃໝ່ຍັງຖືໄດ້ວ່າເປັນເວີຊັນສຳລັບພິມ 3 ມິຕິຂອງ FlexTILT Head 2 ຊຶ່ງເປັນຂາຕັ້ງກ້ອງທີ່ຂາຍດີທີ່ສຸດຂອງ ບໍລິສັດໂດຍຮອງຮັບການແພນ ແລະການອຽງ (pan & Tilt)ກ້ອງໄດ້ສູງສຸດບໍລິສັດເນັ້ນໜັກຜະ ລິດຕະພັນໃນກຸ່ມ ORTAK ຈະສາ ມາດເຮັດວຽກເຕັມຮ້ອຍຄົງທົນ ແລະມີອາຍຸການໃຊ້ງານຍາວນານເຊັ່ນດຽວກັບລຸ້ນກ່ອນໆແຕ່ມີລາຄາທີ່ຕໍ່າກວ່າຫຼາຍລູກຄ້າສາມາດປັບແຕ່ງສີຂອງສິ້ນສ່ວນ ແລະໄດ້ຮັບຜົນການຕອບແທນການລົງທຶນທີ່ດີຂຶ້ນເມື່ອທຽບກັບເຄື່ອງພິມ 3 ມິຕິ ອື່ນໆສ່ວນທີ່ດີຄືຫາກມີການເປ່ເພສ່ວນໃດຜູ້ໃຊ້ຈະສາມາດສັ່ງພິມສິ້ນສ່ວນອາໄຫຼ່ຂອງຕົວເອງໄດ້ນອກຈາກນີ້ບໍລິສັດປະກາດວ່າFlexTilt Head 3D ຈະບໍ່ເປັນ ຜະລິດຕະພັນພຽງຕົວດຽວ ຫຼື ຕົວ ສຸດທ້າຍແຕ່ຈະມີຜະລິດຕະພັນອີກຫຼວງຫຼາຍຕາມມາ FlexTILT Head 3D ວາງຈຳໜ່າຍແລ້ວໃນລາຄາ 29  ໂດລາສະຫະລັດທີ່  http: //efel.kr/ortak3d  ພ້ອມຈັດສົ່ງ ໂດຍບໍ່ເສຍຄ່າທົ່ວໂລກໃນວັນດຽວກັບທີ່ສັ່ງຊື້.

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ