ບີຢອນເຊ ພາລູກສາວສະແດງ ເອັມວີເພງ Spirit

    ເຂົ້າໂຮງໃຫ້ຊົມກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບ the lion king  ເວີຊັນ live Action ທີ່ໄດ້ທິມນັກຮ້ອງນັກສະແດງທີ່ມີສີມືມາຮ່ວມພາກສຽງຕົວລະຄອນຊຶ່ງ ໜຶ່ງໃນນັ້ນກໍມີນັກຮ້ອງຕົວແມ່ຄືຄະວິນບີບີຢອນເຊມາຮ່ວມພາກສຽງດ້ວຍແຕ່ລາວບໍ່ໄດ້ພາກສຽງຢ່າງ ດຽວລາວຍັງຮ້ອງເພງປະກອບຮູບ ເງົາເພງໃໝ່ທີ່ມີຊື່ວ່າ Spirit ທີ່ຕ້ອງບອກເລີຍວ່າເອັມວີອະລັງ ການຫຼາຍແຕ່ທີ່ພິເສດກໍຄືບີຢອນເຊພາລູກສາວມາສະແດງເອັມວີອີກດ້ວຍ.

ນອກຈາກຄວາມງົດງາມຂອງ ທຳມະຊາດ ແລະບັນດາສັດນາໆ ຊະນິດແລ້ວເອັມວີເພງນີ້ຍັງມີລູກສາວຂອງບີຢອນເຊສະແດງເອັມວີນໍາເພາະບໍ່ແມ່ນເລື່ອງງ່າຍທີ່ເຮົາຈະມີໂອກາດໄດ້ເຫັນລູກສາວກົກ ບລູ ໄອວີ ຄາເຕີ ທີ່ຂະນະນີ້ອາຍຸ 7 ປີແລ້ວ.

ໃນເອັມວີເພງ  Spirit  ທີ່ບີຢອນ ເຊເອົາລູດສາວມາຮ່ວມສະແດງ ນັ້ນເຮັດໃຫ້ເຮົາໄດ້ເຫັນສາວນ້ອຍ ແບບໃກ້ໆຊຶ່ງຕ້ອງບອກເລີຍວ່າຍິ່ງໃຫຍ່ລາວກໍຍິ່ງໜ້າເໝືອນທັງພໍ່ ແລະແມ່ເລີຍ ແລະຕອນນີ້ ບລູ ໄອວີຄາ ເຕີ ກໍໃຫຍ່ພໍທີ່ຈະເປັນຄູ່ໃຫ້ແມ່ພາອອກງານໄດ້ແລ້ວເຮັດໃຫ້ໄລຍະທີ່ມີການເປີດໂຕຮູບເງົາ the lion king ເຮັດໃຫ້ເຮົາໄດ້ເຫັນ ບລູ ຄາເຕີໄອວີໃນແບບແຟຊັນຄູ່ກັບແມ່ທີ່ ເບິ່ງງາມທີ່ສຸດ.

ຄືດັ່ງທີ່ໄດ້ເວົ້າໄປວ່າບໍ່ແມ່ນຈະມີໂອກາດຕະຫຼອດທີ່ເຮົາຈະໄດ້ເຫັນບີຢອນເຊພາລູກອອກສື່ເພາະນອກ ຈາກລູກສາວກົກທີ່ຫາກໍເຫັນເຕັມໆ ໃນໄລຍະນີ້ບີຢອນເຊຍັງມີລູກຝາ ແຝດຊາຍ-ຍິງອີກ 2 ຄົນນັ້ນຄືເຊີ ຄາເຕີ ແລະຣູມີ ຄາເຕີອີກດ້ວຍ.

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ