ສັບພະຄຸນທີ່ບໍ່ທຳມະດາ ຂອງໝາກຂີ້ຫູດ

   ໝາກຂີ້ຫູດເປັນພືດທີ່ມີສັບພະຄຸນທາງຢານອກຈາກຈະມີກີ່ນຫອມຊ່ວຍໄລ່ຍຸງໄດ້ແລ້ວ,ໝາກຂີ້ຫູດຍັງສາມາດນຳມາໃຊ້ໃຫ້ເປັນປະໂຫຍດກັບຮ່າງກາຍໄດ້ ຫຼາຍຢ່າງເຊັ່ນ:ແກ້ລົມໜ້າມຶດແກ້ວິນ ບໍາລຸງຫົວໃຈ, ຂັບລົມໃນລຳໃສ້, ຂັບລະດູ ເປັນຢາຂັບຂີ້ເທີ່, ແກ້ໄອ,ແກ້ນໍ້າລາຍໜຽວ, ຟອກເລືອດ, ແລະອື່ນໆ ນອກ ຈາກນັ້ນຍັງສາມາດຂັດຜີວແລະໃຊ້ສະຜົມເພື່ອໃຫ້ຜົມສະອາດ ແລະຊຸ່ມຊື່ນ ເປັນເງົາງາມດົກດຳ ແລະຜົມຍັງມື່ນອີກ.

ນໍ້າໝາກຂີ້ຫູດເປັນສະໝູນໄພທີ່ມີຢູ່ໃນບ້ານ ແລະໝາກຂີ້ຫູດຍັງສາມາດນຳມາກິນໄດ້ທັງໃບ ແລະ ໜ່ວຍ,ພວກເຮົາຈຶ່ງນຳໝາກຂີ້ຫູດມາເຮັດເປັນນໍ້າ ດື່ມສະໝູນໄພສານທີ່ສຳຄັນໃນການເສີມສ້າງຂອງອະໄວຍະວະສາມາດກຳຈັດສານພິດຊຶ່ງສານທີ່ວ່ານີ້ໄດ້ມາຈາກໝາກຂີ້ຫູດ.ໂດຍນໍາໝາກຂີ້ຫູດມາ ແປງຮູບມາເປັນເຄື່ອງດື່ມສະໝູນໄພທີ່ມີປະໂຫຍດຕໍ່ສຸຂະພາບ.

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ