ຈີນສ້າງເສົາຊາກໄຟລົດໄຟຟ້າ 1 ລ້ານເສົາ

     ສປ ຈີນປະສົບຜົນສຳເລັດໃນການສ້າງເຄືອຂ່າຍຕິດຕັ້ງເສົາສາກໄຟລົດໄຟຟ້າທີ່ມີຂະໜາດໃຫຍ່ທີ່ສຸດຂອງໂລກ.

ຕາມຂ່າວ Cri ລາຍງານວ່າ ທ່ານ ຫຼີຟູລົງຫົວໜ້າກົມແຜນການພັດທະນາຂອງອົງການພະລັງງານ ແຫ່ງຊາດຈີນກ່າວຢູ່ນະຄອນຫຼວງປັກກິ່ງໃນເມື່ອບໍ່ດົນມານີ້ວ່າ:ມາຮອດທ້າຍເດືອນມິຖຸນາຜ່ານມາ,ລວມທັງໝົດແລ້ວ,ຈີນໄດ້ສຳເລັດການຕິດຕັ້ງເສົາສາກໄຟ 1 ລ້ານເສົາຊຶ່ງເປັນເຄືອຂ່າຍສິ່ງກໍ່ສ້າງສາກໄຟລົດທີ່ໃຊ້ພະລັງງານໄຟຟ້າທີ່ໃຫຍ່ທີ່ສຸດຂອງໂລກ,ການພັດທະນາລົດທີ່ໃຊ້ພະລັງງານໄຟຟ້າແມ່ນຍ້ອນການຊຸກຍູ້ປະຕິບັດຍຸດທະສາດພະລັງງານທີ່ວ່າ “ເຂົ້າແທນດ້ວຍພະລັງງານໄຟຟ້າ” ຢ່າງເລິກເຊິ່ງ.

ທ່ານ ຫຼີຟູລົງກ່າວຕື່ມວ່າ:ລະດັບການຫັນເປັນພະລັງໄຟຟ້າແມ່ນສັນຍະລັກຂອງປະເທດທັນສະໄໝ, ໃນ ຊຸມປີມໍ່ໆມານີ້,ອັດຕາສ່ວນຂອງພະລັງໄຟຟ້າໃນການບໍລິໂພກພະລັງງານຂອງຈີນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນ 6 ເດືອນຕົ້ນປີນີ້,ລວມທັງໝົດແລ້ວທົ່ວປະເທດໄດ້ສຳເລັດການເຂົ້າແທນດ້ວຍພະລັງງານໄຟຟ້າປະມານ 98 ຕື້ກິໂລວັດໂມງ, ກວມ 2,9% ຂອງການນຳໃຊ້ພະລັງງານໄຟຟ້າທົ່ວສັງຄົມ.

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ