ເຮືອຜູ້ອົບພະຍົບຫຼົ້ມນອກຝັ່ງລິບີສູນຫາຍ ຫຼາຍກວ່າ 100 ຄົນ

 ວັນທີ 26 ກໍລະກົດທີ່ຜ່ານມາເກີດເຫດເຮືອຂົນສົ່ງຜູ້ອົບພະຍົບນອກຝັ່ງລິບີຫຼົ້ມ ໂດຍຂະນະນີ້ ມີຜູ້ສູນຫາຍຫຼາຍກວ່າ 100 ຄົນ ແລະອາດເປັນໂສກນາດຕະກຳຄັ້ງ ຮ້າຍແຮງທີ່ສຸດໃນທະເລເມດິເຕຣານຽນປີນີ້.

ຕາມຂ່າວຕ່າງປະເທດລາຍ ງານວ່າເຫດເຮືອຫຼົ້ມເກີດຂຶ້ນນອກ ຝັ່ງເມືອງຄອມທີ່ຢູ່ຫ່າງຈາກນະຄອນຫຼວງຕຣິໂປລີຂອງລິບີໄປປະມານ 100 ກິໂລແມັດ ຂະນະ ທີ່ຜູ້ລອດຊີວິດເລົ່າວ່າໄດ້ມັດເຮືອ 3 ລໍາເຂົ້າຕິດກັນ ຂະນະທີ່ເຮືອຫຼົ້ມ ມີຜູ້ອົບພະຍົບລວມກັນເກືອບ 400 ຄົນຢູ່ໃນເຮືອ ຊຶ່ງຜູ້ເຝົ້າຢາມຝັ່ງລິ ບີເປີດເຜີຍວ່າຊ່ວຍຜູ້ລອດຊີວິດ ໄດ້ແລ້ວ 145 ຄົນ ໂດຍສ່ວນ ໃຫຍ່ເປັນຄົນເອທິໂອປີ ແລະບາງສ່ວນເປັນຄົນປາແລັດສະຕິນແລະຊູດັງຂະນະທີ່ອົງການແພດບໍ່ມີພົມແດນລະບຸວ່າຍັງມີຜູ້ສູນຫາຍອີກເກືອບ 250 ຄົນ, ດ້ານທ່ານ ຟິລິບໂປ ກັນດີເຈົ້າໜ້າທີ່ເພື່ອຜູ້ລີ້ໄພແຫ່ງສະຫະປະຊາຊາດລະບຸວ່າເຫດເຮືອຫຼົ້ມຄັ້ງນີ້ນັບເປັນໂສກນາດຕະກຳຄັ້ງຮ້າຍແຮງທີ່ສຸດໃນເມດິເຕີຣານຽນໃນປີນີ້.

ປະຈຸບັນລິບີມັກເປັນທາງຜ່ານໃນການລໍາລຽງຜູ້ອົບພະຍົບຈາກອາຟຣິກາໄປຍັງເອີຣົບ ໂດຍເສັ້ນທາງອົບພະຍົບທາງທະເລຈາກລິບີສູ່ເອີຣົບເປັນໜຶ່ງໃນເສັ້ນທາງອົບພະຍົບທີ່ອັນຕະລາຍທີ່ສຸດເສັ້ນທາງໜຶ່ງຂອງໂລກ.

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ