ໂບອິ້ງຂາດທຶນໜັກສຸດໃນຮອບ 10 ປີ

ບໍສັດໂບອິ້ງລາຍງານການຂາດທຶນປະຈຳໄຕມາດ 2 ເກືອບ 3 ຕື້ໂດລາສະຫະລັດ ນັບເປັນການຂາດທຶນຫຼາຍທີ່ສຸດໃນທົດສະວັດເນື່ອງຈາກເຮືອບິນລຸ້ນທີ່ຂາຍດີຄື 737 Max ຖືກໂຈະບິນສົ່ງຜົນເຮັດໃຫ້ລາ ຄາຮຸ້ນຕົກ.

ຕາມຂ່າວຕ່າງປະເທດດລາຍງານວ່າບໍລິສັດຜູ້ຜະລິດເຮືອບິນໂບອິ້ງ ທີ່ມີສຳນັກງານໃຫຍ່ຢູ່ທີ່ນະຄອນຊິຄາໂກຂອງອາເມລິກາ ບໍ່ສາມາດຈັດສົ່ງເຮືອບິນລຸ້ນ 737 Max ໄດ້ຫຼັງຈາກເຮືອບິນລຸ້ນນີ້ຖືກໂຈະບິນຈາກສາຍການບິນທົ່ວໂລກໃນເດືອນມີນາ ເພາະເກີດອຸບັດເຫດຮຸນແຮງເຖິງແກ່ຊີວິດເຖິງ 2 ຄັ້ງໃນຮອບ 5 ເດືອນໃນອິນໂດເນເຊຍ ແລະເອທິໂອປີ,ໂດຍມູນຄ່າຄວາມເສຍຫາຍຈາກວິກິດ 737 Max ໃນປະຈຸບັນນີ້ສູງເຖິງ 8 ຕື້ໂດລາສະຫະລັດຫຼັງຈາກໂບອີ້ງເປີດເຜີຍກ່ອນໜ້ານີ້ວ່າ ບໍລິສັດ ຕ້ອງຮັບຜິດຊອບຄວາມເສຍຫາຍເຖິງ 4,9 ຕື້ໂດລາ ລວມທັງຄ່າຊົດເຊີຍ ທີ່ບໍລິສັດຕ້ອງຈ່າຍໃຫ້ກັບສາຍການບິນທີ່ສົ່ງມອບເຮືອບິນລ້າຊ້າ, ທັງນີ້ຕົວເລກຂາດທຶນໃນໄຕມາດ 2 ຖືເປັນການຂາດທຶນຄັ້ງໃຫຍ່ສຸດຂອງໂບອິ້ງ ໃນຮອບ 10 ປີ.

ທັງນີ້ຍອດຂາຍຫຼຸດລົງ 35% ລົງມາຢູ່ທີ່ 15,7 ຕື້ໂດລາ ແລະຕໍ່າ ກວ່າທີ່ຄາດຄະເນກ່ອນໜ້ານີ້ ໂດຍສະເລ່ຍຄື 18,5 ຕື້ໂດລາ.

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ