5 ປີ ຕລຊລ ມີບັນຊີຫຼັກຊັບເພີ່ມຂື້ນ 28 %

  ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຮັບການສ້າງຕັ້ງຂຶ້ນໂດຍການຮ່ວມທຶນລະຫວ່າງທະນາຄານແຫ່ງ ສປປ ລາວ ຖືຮຸ້ນ 51% ແລະຕະຫຼາດຫຼັກຊັບ .ເກົາ ຫຼີ (KRX) ຖືຮຸ້ນ 49% ຕາມສັນຍາຮ່ວມທຶນ 2 ຝ່າຍ ທີ່ໄດ້ເຊັນກັນໃນປີ 2009 ແລະ ສ້າງຕັ້ງຂຶ້ນຕາມກົດໝາຍວ່າດ້ວຍວິສາຫະກິດໂດຍຢູ່ພາຍໃຕ້ການຄຸ້ມຄອງຂອງຄະນະກໍາມະການຄຸ້ມຄອງຫຼັກຊັບໂຄງປະກອບການບໍລິຫານປະກອບດ້ວຍກອງປະຊຸມຜູ້ຖືຮຸ້ນ; ສະພາບໍລິຫານ; ຄະນະອໍານວຍການ ແລະ ພະແນກການ. ສະພາບໍລິຫານເປັນກົງຈັກການຈັດຕັ້ງເພື່ອຕົກລົງບັນຫາທີ່ສໍາຄັນພາຍໃນ ຕລຊລ ຊຶ່ງປະກອບດ້ວຍສະມາຊິກ 5 ທ່ານ ໂດຍແມ່ນທ່ານ ເພັດສະຖາພອນ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ເປັນປະທານສະພາບໍລິຫານ ຕລຊລ ຊຸດປະຈຸບັນ.

  ຕລຊລ ໄດ້ມີການເຄື່ອນໄຫວແລກປ່ຽນຊື້-ຂາຍຫຼັກຊັບຢູ່ ສປປ ລາວ ເລີ່ມແຕ່ວັນທີ່ 11/1/2011 ເປັນຕົ້ນມາ ໂດຍທ່ານຮອງສາສະດາຈານເດດພູວັງມູລຣັຕນ໌ ເປັນປະທານ, ຫົວໜ້າອໍານວຍໃຫຍ່ ຕລຊລ; ຈາກນັ້ນ, ໃນປີ 2015 ກໍ່ແມ່ນ ທ່ານ ວັນຄໍາ ວໍຣະວົງ ເປັນຜູ້ອໍານວຍການໃຫຍ່ ແລະໃນກາງເດືອນກໍລະກົດປີນີ້ກໍ່ແມ່ນທ່ານ ອັອດ ພົນຊຽງດີ ເປັນຜູ້ອໍານວຍການໃຫຍ່ ຕລຊລ ຄົນໃໝ່. ຕະຫຼອດໄລຍະ 8 ປີຜ່ານມານັບແຕ່ມີການຊື້-ຂາຍ, ຕລຊລ ໄດ້ມີການພັດທະນາຕາມລໍາດັບ. ປະຈຸບັນມີ 10 ບໍລິສັດເຂົ້າຈົດທະບຽນໃນ ຕລຊລ. ເວົ້າສະເພາະໃນໄລຍະເກືອບ 5 ປີຜ່ານມານີ້ ຕລຊລ ໄດ້ຮັບຄວາມສົນໃຈຈາກນັກລົງທຶນທັງພາຍໃນ ແລະຕ່າງປະເທດຫຼາຍຂຶ້ນໂດຍຈໍານວນບັນຊີຫຼັກຊັາກ 11.360 ບັນຊີ ໃນຕົ້ນປີ 2015 ເປັນ 14.493 ບັນຊີ ໃນປະຈຸບັນ (ຕົວເລກໃນວັນທີ 30/ 06/2019) ເພີ່ມຂຶ້ນ 3.133 ບັນຊີ ຫຼື ຄິດເປັນ28% ໂດຍມີ ການແລກປ່ຽນຊື້-ຂາຍທັງໝົດ 131 ລ້ານຮຸ້ນ ໃນມູນຄ່າປະມານ 784 ຕື້ກີບ ທີ່ກວມເອົາການ ແລກປ່ຽນຊື້-ຂາຍຈາກຕ່າງປະເທດ 63% ແລະການແລກປ່ຽນຊື້-ຂາຍຈາກນັກລົງທຶນພາຍໃນ 37%. ນອກນີ້, ການລະດົມທຶນຄັ້ງທຳອິດໃນຈຳນວນເງິນເກືອບ 537 ຕື້ກີບ ຂອງ 7 ບໍລິສັດຈົດທະບຽນໃໝ່ ແລະ ການອອກຮຸ້ນເພີ່ມທຶນໃໝ່ຈຳນວນເງິນ 3.651 ຕືີ້ກີບ ເພີ່ມຂຶ້ນ 19,42% ຂອງທຶນລະດົມໄດ້ທັງໝົດທຽບໃສ່ຕັ້ງແຕ່ປີ 2014. ພ້ອມດຽວກັນນີ້, ຕລຊລ ຍັງຮັບຈົດທະບຽນຊື້-ຂາຍພັນທະບັດລັດຖະບານເປັນຄັ້ງທໍາອິດໃນຕົ້ນປີ 2019 ໂດຍມີມູນຄ່າ 1.000 ຕື້ກີບ ເພື່ອດັດສົມງົບປະມານແຫ່ງຊາດ.

  ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນໃນການຊື້-ຂາຍຫຼັກຊັບ ຕລຊລ ຍັງສໍາເລັດການຍົກລະດັບກົນໄກຊື້-ຂາຍຮຸ້ນຮູບແບບໃໝ່ໃນວັນທີ 11 ມັງກອນ 20 19 ຊຶ່ງມີການຂະຫຍາຍເວລາການຊື້-ຂາຍຫຼັກຊັບຈາກເວລາ 8:30-11:30 ໂມງ ມາເປັນເວລາ 8:30-15:00 ໂມງ, ເຫັນໄດ້ວ່າການຊື້-ຂາຍເພີ່ມຂຶ້ນຫຼາຍກວ່າ 14% ທຽບໃສ່ການຊື້ຂາຍຊ່ວງເວລາເກົ່າ. ພ້ອມດຽວກັນນີ້, ໄດ້ເພີ່ມຄໍາສັ່ງຊື້-ຂາຍຫຼັກຊັບຮູບແບບໃໝ່ຄືສໍາສັ່ງຮູບແບບ Mar ket Order ແລະໄດ້ດໍາເນີນການຄົ້ນຄວ້າປັບປຸງການກໍານົດລາຄາປິດສະເພາະ, ການກໍານົດຮຸ້ນທີ່ມີສະພາບຄ່ອງຕໍ່າ ແລະວິທີການໃນການຈັດສັນຮຸ້ນໃຫ້ແກ່ຜູ້ສ້າງສະພາບຄ່ອງ; ພ້ອມທັງໄດ້ສຳ ເລັດການຕິດຕັ້ງລະບົບໂປຣແກຣມພື້ນຖານໂຄງລ່າງຕ່າງໆທີ່ກ່ຽວຂ້ອງ ແລະສືບຕໍ່ດຳເນີນການສຶກສາການຕິດຕັ້ງລະບົບດຳເນີນງານຕະຫຼາດລົງໃນລະບົບທົດລອງຊຸດດັ່ງກ່າວ.

 ພ້ອມດຽວກັນນີ້;ຍັງໄດ້ກໍ່ສ້າງນັກວິຊາຊີບທຸລະກິດຫຼັກຊັບໂດຍໄດ້ຈັດການຝຶກອົບຮົມ-ການເປັນທີ່ປຶກສາທາງດ້ານການເງິນຢ່າງມືອາຊີບ ແລະການຝຶກອົບຮົມ-ການທະນາຄານເພື່ອການລົງທຶນຢ່າງມືອາຊີບລາວສໍາເລັດການຈັດຫຼັກສູດການເຮັດບັນຊີ ແລະ ການກວດສອບບັນຊີທີ່ມີຄຸນນະພາບສໍາລັບຕະຫຼາດທຶນຮຸ່ນທີ່ 1, ສຳ ເລັດການຈັດສຳມະນາແລກປ່ຽນປະສົບການຮ່ວມກັບສະມາຄົມບໍລິສັດຫຼັກຊັບໄທພາຍໃຕ້ຫົວຂໍ້: ປະສົບການໃນການພັດທະນາວຽກງານຫຼັກຊັບ ແລະ ການສົ່ງເສີມສະພາບຄ່ອງໃນ ຕລຊລ; ສໍາເລັດການຈັດສຳມະນາພາຍ ນອກ ຮ່ວມກັບສຳນັກງານ ຄຄຊ ແລະ ບໍລິສັດຫຼັກຊັບຫຼາຍຄັ້ງ. ນອກນີ້, ຕລຊລ ໄດ້ມີການພົວພັນທີ່ດີກັບຕະຫຼາດຫຼັກຊັບ .ເກົາຫຼີ ໃນຖານະຜູ້ຮ່ວມທຶນ, ຕະຫຼາດຫຼັກຊັບຫວຽດນາມ, ຕະຫຼາດຫຼັກຊັບໄທ, ຕະຫຼາດຫຼັກຊັບເຊິນເຈິ້ນ ແລະ ຊຽງໄຮ້ຂອງ ສປ ຈີນ ແລະ ບັນດາຕະຫຼາດຫຼັກຊັບອາຊຽນໂດຍທັດສະນະສຶກສາວຽກງານເປີດເຜີຍຂໍ້ມູນຢູ່ບັນດາປະເທດຂ້າງເທິງນັ້ນ.

 ແຜນວຽກງານຈຸດສຸມໃນ 6 ເດືອນທ້າຍປີນີ້ສືບຕໍ່ຕິດຕາມການປັບປຸງລະບຽບວ່າດ້ວຍການຈົດທະບຽນຮຸ້ນ ແລະ ກົົດລະບຽບພາຍໃນ ຕລຊລ; ຊຸກຍູ້ບັນດາວິສາຫະ ກິດທີ່ເປັນເປົ້າໝາຍເຂົ້າຈົດທະບຽນໃນ ຕລຊລ; ຕິດຕາມການຝຶກອົບຮົມວຽກງານເປີດເຜີຍຂໍ້ມູນປະຈໍາປີ ແລະ ງານເປີດໂລກແຫ່ງການລົງທຶນປະຈໍາປີ 2019; ຈັດງານສໍາມະນາກ່ຽວກັບວຽກ ງານໃນຕະຫຼາດທຶນ-ຕະຫຼາດຫຼັກ ຊັບຮ່ວມກັບໜ່ວຍງານສົ່ງເສີມ ຄວາມຮູ້ຕະຫຼາດທຶນ ແລະພາກສ່ວນກ່ຽວຂ້ອງທັງພາຍໃນ-ພາຍ ນອກຢ່າງເປັນປົກກະຕິ; ສືບຕໍ່ຕິດຕາມການຊື້-ຂາຍຮຸ້ນ ແລະ ພັນທະບັດຢ່າງເປັນປົກກະຕິກະກຽມຂໍ້ມູນໃນການຮ່າງປຶ້ມຄູ່ມືການລົງທຶນໃນ ຕລຊລ”, ຄົ້ນຄວ້າຫຼັກການໃນການກຳນົດຮຸ້ນທີ່ມີສະພາບຄ່ອງຕໍ່າ ແລະວິທີການໃນການຈັດສັນຮຸ້ນໃຫ້ແກ່ຜູ້ສ້າງສະພາບຄ່ອງ; ຕິດຕາມການທົບທວນຄວາມເປັນໄປໄດ້ໃນການເຂົ້າຈົດ ທະບຽນຂອງ 2 ບໍລິສັດພ້ອມທັງຕິດຕາມການຂາຍຮຸ້ນເດີມຂອງ ທຄຕລ ຈໍານວນ 19% ໃນສ່ວນຂອງກະຊວງການເງິນ ແລະການອອກຈໍາໜ່າຍພັນທະບັດລັດຖະ ບານຊຸດໃໝ່; ຕິດຕາມຂັ້ນຕອນການຈ່າຍເງິນປັນຜົນປະຈໍາ 6 ເດືອນຕົ້ນປີ 2019 ຂອງບັນດາບໍລິສັດຈົດທະບຽນຕິດຕາມກວດກາການສະສາງ ແລະ ປະຕິບັດການຊຳລະຫຼັກຊັບຢ່າງເປັນປົກກະຕິກັບບັນດາສະມາຊິກ ຕລຊລ ແລະວຽກງານອື່ນໆ ເພື່ອໃຫ້ມີການດໍາເນີນງານຄ່ອງຕົວ ແລະໃຫ້ມີສະພາບຄ່ອງໃນຕະຫຼາດຫຼັກຊັບລາວຍິ່ງໆຂຶ້ນ.

----------------------------

ຂຽນໂດຍຣັດສະໝີ ດວງສັດຈະ

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ