ຫຼວງນໍ້າທາ-ໄຊຍະບູລີ ຖອດຖອນບົດຮຽນ ພັດທະນາຊົນນະບົດ

  ໃນວັນທີ 25 ກໍລະກົດ ການນໍາແຂວງຫຼວງນໍ້າທານໍາໂດຍ ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະຖອດຖອນບົດຮຽນກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບການຜັນຂະຫຍາຍວຽກງານ 3 ສ້າງ ຢູ່ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊຍະບູລີ, ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນຫ້ອງວ່າການແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ທ່ານ ສົມລິດ ເປືອກແກ້ວ ໄດ້ລາຍງານຫຍໍ້ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບການຜັນຂະຫຍາຍວຽກງານ 3 ສ້າງ ຢູ່ແຂວງໄຊຍະບູລີວ່າ: ໄລຍະຜ່ານມາການນໍາແຂວງ ໄຊຍະບູລີແມ່ນໄດ້ຖືສໍາຄັນຕໍ່ວຽກ ງານດັ່ງກ່າວ, ຊຶ່ງທົ່ວແຂວງປະ ກອບມີ 11 ເມືອງ, ມີຈໍານວນ 433 ບ້ານ, ມີ 6.594 ໜ່ວຍ, ມີ 78.916 ຄອບຄົວພົນລະເມືອງທັງໝົດ 4 ແສນກວ່າຄົນ, ຍິງ 2 ແສນກວ່າຄົນ, ມີ 8 ເຜົ່າ, ປະຈຸບັນໄດ້ປະກາດຍຸບກຸ່ມບ້ານ 29 ກຸ່ມ, ປະຈຸ ບັນຍັງ ເຫຼືອ 4 ກຸ່ມ, ປະກາດບ້ານສາມະ ຄີປອງດອງໄດ້ 92 ບ້ານ ແລະປະກາດ ເມືອງສາມະຄີປອງດອງ ໄດ້ 1 ເມືອງ; ມີຄອບຄົວພັດທະ ນາ 55.385 ຄອບຄົວ, ບ້ານພັດ ທະນາ 278 ບ້ານ, ກວມເອົາ 64,20%, ບ້ານພົ້ນທຸກ 420 ບ້ານ, ກວມເອົາ 97,22%, ບ້ານ ທຸກຍາກຍັງເຫຼືອ 12 ບ້ານ, ຄອບຄົວພົ້ນທຸກ 77. 714 ຄອບຄົວ ກວມ 98,47%, ຄອບຄົວທຸກຍາກ 1.202 ຄອບຄົວ ກວມ 1,52% ຂອງຄອບຄົວທັງໝົດ, ໄດ້ປະ ກາດຮັບຮອງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ 7 ບ້ານ, ໄດ້ກໍານົດ 3 ປະເພດຈຸດສຸມຂອງແຂວງຄື: ຈຸດສຸມຈັດສັນພູມລຳເນົາ ແລະອາຊີບຄົງທີ່ມີ 3 ຈຸດ, ຈຸດສຸມພັດທະນາຊົນນະບົດ 10 ບ້ານ, ລຶບລ້າງຄວາມທຸກຍາກ 6 ບ້ານ ແລະຈຸດສຸມສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດມີ 3 ຈຸດ, ໄດ້ຫັນພະນັກງານລົງປະຈໍາກຸ່ມບ້ານ, ບ້ານຈຸດສຸມຈໍານວນ 659 ສະ ຫາຍ, ຂັ້ນສູນກາງ (ກອງ ພົນທະຫານລາບທີ 2) ຈໍານວນ 12 ສະຫາຍຂັ້ນແຂວງ 43 ສະຫາຍຂັ້ນເມືອງ 604 ສະຫາຍ; ປະຈຸບັນທົ່ວແຂວງມີໜ່ວຍພັກ   ຮາກຖານ 1.341 ໜ່ວຍພັກ, ໃນນີ້ ມີຄະນະພັກຮາກຖານ 73 ຄະນະ ພັກ, ມີໜ່ວຍພັກຮາກຖານ 1.268 ໜ່ວຍ, ໜ່ວຍພັກຮາກຖານບ້ານ 451 ໜ່ວຍ, ມີສະມາຊິກພັກທັງໝົດ 19.016 ສະຫາຍ, ຍິງ 5.168 ສະຫາຍ.

  ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນພື້ນຖານໂຄງລ່າງໄດ້ຮັບການພັດທະນາເທື່ອລະກ້າວນັ້ນຄະນະປະຈໍາພັກແຂວງໄດ້ສືບຕໍ່ປະຕິບັດໜ້າທີ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກຮອດປີ 2020 ໂດຍໄດ້ວາງຄາດໝາຍຄື: ລຶບລ້າງຄວາມທຸກຍາກຂັ້ນຄອບຄົວໃຫ້ຍັງເຫຼືອ 1, 5 % ຂອງຄອບຄົວທັງໝົດທົ່ວແຂວງ, ຂັ້ນບ້ານໃຫ້ໄດ້ 6 ບ້ານ, ຂັ້ນເມືອງໃຫ້ໄດ້ 1 ເມືອງ, ສ້າງຄອບຄົວພັດທະນາໃຫ້ໄດ້ 1.000 ຄອບຄົວຂຶ້ນໄປກວມເອົາ 83%, ສ້າງບ້ານພັດທະນາໃຫ້ໄດ້ 10 ບ້ານ, ກວມເອົາ 65%, ສ້າງ ບ້ານໃຫຍ່ເປັນຕົວເມືອງນ້ອຍໃນ ຊົນນະບົດໃຫ້ໄດ້ 3 ຈຸດ, ເມືອງ ເຂັ້ມແຂງຮອບດ້ານ 1 ເມືອງ, ສຸມໃສ່ສ້າງໃຫ້ມີສະມາຊິກພັກເປັນຫົວໜ້າໜ່ວຍຄອບຄົວກວມເອົາ 50% ຂອງຈໍານວນໜ່ວຍຄອບຄົວທັງໝົດໃນແຕ່ລະບ້ານທົ່ວແຂວງ, ຈາກນັ້ນການນໍາທັງສອງແຂວງກໍ່ໄດ້ຖອດຖອນ ແລະແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບການຜັນຂະຫຍາຍວຽກງານ 3 ສ້າງເຊິ່ງກັນ ແລະກັນ.

------------------------

ຂຽນໂດຍອຸ່ນເຮືອນ ໂພທິລັກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ