ບ້ານສອງເໝືອງ ນໍາໃຊ້ໂຮງຮຽນມັດທະຍົມ ສົມບູນຫຼັງໃໝ່

   ພິທີມອບ-ຮັບອາຄານໂຮງຮຽນມັດທະຍົມສົມບູນ ບ້ານສອງ ເໝືອງ ເມືອງໜອງບົກ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດທີ່ເດີ່ນໂຮງຮຽນບ້ານສອງເໝືອງ ໂດຍເຂົ້າ ຮ່ວມຂອງທ່ານຄຳສີອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ, ທ່ານ ຫງຽວນກິມເຊິນ ປະທານບໍລິສັດລີເວີຊາຍ ໂພເພີຕີ, ທ່ານ ແພງມາໄຊຍະວົງຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະກີລາ, ທ່ານ ສີໄຮ ແກ້ວໄກຖີ່ນ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງຄຳມ່ວນ,ມີທ່ານຮອງເຈົ້າ ເມືອງ,ພະນັກງານວິຊາການທີ່ກ່ຽວຂ້ອງຕະຫຼອດຮອດອຳນາດການປົກຄອງ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ  ບຸນທາ ລັດຖາວອນຫົວໜ້າຫ້ອງການສຶກສາທິການ ແລະກີລາມືອງໜອງບົກ ໄດ້ເລົ່າປະຫວັດຄວາມເປັນມາຂອງໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມສົມບູນ ບ້ານສອງເໝືອງ ຊຶ່ງ ໄດ້ຮັບທຶນການກໍ່ສ້າງຈາກທ່ານ ຫງຽວນກິມເຊິນປະທານບໍລິສັດລີເວີຊາຍໂພເພີຕີມູນຄ່າໃນການກໍ່ສ້າງທັງໝົດ 4,32 ຕື້ກີບ, ປະ ກອບມີອາຄານຮຽນ 1 ຫຼັງ, ຂະໜາດ 25 X 56 ແມັດ, ແບ່ງ ເປັນ 12 ຫ້ອງຮຽນ ແລະ2 ຫ້ອງ ການພ້ອມເຄື່ອງເຟີນີເຈີ ແລະໄຟ ຟ້າເລີ່ມລົງມືກໍ່ສ້າງມາແຕ່ວັນທີ 6 ມີນາ 2018  ຫາ ວັນທີ 24 ກໍ ລະກົດ 2019 ແມ່ນໄດ້ສຳເລັດ 100%.

ຈາກນັ້ນທ່ານ ຫງຽວນກິມເຊີນປະທານບໍລິສັດລີເວີຊາຍ ໂພເພີຕີ ກໍ່ໄດ້ເຊັນບົດບັນທຶກມອບ-ຮັບອາຄານໂຮງຮຽນມັດທະຍົມສົມບູນບ້ານສອງເໝືອງກັບທ່ານ ສີໄຮແກ້ວໄກຖີ່ນຫົວໜ້າພະແນກສຶກສາທິການ ແລະກີລາແຂວງຄຳມ່ວນ,ຈາກນັ້ນທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນກໍ່ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ແລະ ໃບຍ້ອງຍໍຂອງກະຊວງສຶກສາທິການ ແລະກີລາພ້ອມກັບຂອງທີ່ລະ ນຶກໃຫ້ກັບທ່ານ ຫງຽວນກິມເຊີນ.

 ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ