ສໍາເລັດກອງປະຊຸມຊາວໜຸ່ມພະແນກສຶກສາ ແຂວງວຽງຈັນ

ວັນທີ  24 ກໍລະກົດ ຜ່ານມາ ໜ່ວຍຮາກຖານຊາວໜຸ່ມພະແນກສຶກສາທິການ ແລະກີລາແຂວງ (ສກຂ) ວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ໂດຍການເປັນ ກຽດເຂົ້າຮ່ວມຂອງທ່ານ ແກ້ວ ເພັດ ເສນາຄໍາຮອງຫົວໜ້າພະ ແນກສຶກສາທິການ ແລະກີລາ ແຂວງ, ທ່ານ ນາງ ອິນມະສອນສຸທໍາມະວົງ ຮອງເລຂາຄະນະບໍ ລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງວຽງຈັນ,ທ່ານານຸສັກ ວິສັນດອນ ເລຂາໜ່ວຍ ຮາກຖານຊາວໜຸ່ມພະແນກສຶກສາທິການ ແລະກີລາແຂວງ,ພ້ອມດ້ວຍຫົວໜ້າໜ່ວຍຮາກຖານຊາວ ໜຸ່ມພະແນກການອ້ອມຂ້າງ ແລະສະມາຊິກຊາວໜຸ່ມພາຍໃນພະແນກເຂົ້າຮ່ວມ.

ໃນກອງປະຊຸມຍັງໄດ້ຍົກໃຫ້ ເຫັນຜົນງານ ແລະໄຊຊະນະຂອງ ໜ່ວຍຮາກຖຊາວໜຸ່ມານທີ່ຍາດມາໄດ້ໃນໄລຍະ 5 ປີ ຜ່ານມາ,ພ້ອມທັງຕີລາຄາຄືນຈຸດອ່ອນ, ຂໍ້ຄົງ ຄ້າງ,ບົດຮຽນທີ່ຖອດຖອນໄດ້ ແລະໄດ້ກໍານົດທິດທາງ,ຄາດໝາຍສູ້ຊົນລວມໃນການເຄື່ອນໄຫວວຽກ ງານຊາວໜຸ່ມໃນຊຸມປີຕໍ່ໜ້າ,ນອກ ນັ້ນພາຍໃນກອງປະຊຸມຍັງໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກຮັບເລືອກຕັ້ງ,ແຈ້ງລາຍຊື່ຜູ້ສະໝັກ, ຜ່ານກົດລະບຽບການປ່ອນບັດພ້ອມທັງແນະນໍາການປ່ອນບັດ,ດໍາເນີນການປ່ອນບັດກວດນັບຄະແນນພ້ອມທັງແຈ້ງຜົນຄະແນນຕໍ່ ຜູ້ແທນກອງປະຊຸມ.

ນອກນັ້ນກອງປະຊຸມໄດ້ເປັນເອກະສັນປ່ອນບັດຄັດເລືອກເອົາຄະນະຂອງໜ່ວຍຮາກຖານຊາວໜຸ່ມຊາວໜຸ່ມພະແນກ ສກຂ ວຽງ ຈັນຊຸດໃໝ່ຈໍານວນ 3 ສະຫາຍ, ໂດຍໄດ້ເລືອກຕັ້ງເອົາທ່ານ ອານຸ ສັກ ວິສັນດອນ ເປັນເລຂາໜ່ວຍຮາກຖານຊາວໜຸ່ມພະແນກ ສກຂ ວຽງຈັນ, ທ່ານ ນາງ ສິລິວອນ ບົວວັງເປັນຮອງເລຂາ, ແລະທ່ານ ພຸດທະວົງ ສຸທໍາມະວົງ ເປັນຄະນະ, ຫຼັງຈາກນັ້ນ,ກອງປະຊຸມຍັງ ໄດ້ມີການມອບໃບຍ້ອງຍໍ ແລະຂອງຂັວນໃຫ້ຄະນະຊາວໜຸ່ມຊຸດ ເກົ່າ, ມອບໃຫ້ເລຂາຄະນະພັກຮາກ ຖານ ແລະເລຂາຄະນະບໍລິຫານງານຊາວໜຸ່ມແຂວງ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ