ແອັບເປີ້ນລົງທະບຽນ MacBook ໃໝ່ເຖິງ 7 ລຸ້ນກັບທາງ EEC

ເວັບໄຊ MacRumors ລາຍງານວ່າແອັບເປີ້ນໄດ້ລົງທະບຽນ MacBook ໃໝ່ເຖິງ 7 ລຸ້ນ ກັບທາງ EEC (Eurasian Economic Commision: ຄະນະກຳມາທິການເສດຖະກິດຢູເຣເຊຍ)  ໄດ້ແກ່ A2141, A2147, A2158, A2159, A2179 A2182 ແລະA2251 ໂດຍອະທິບາຍວ່າເປັນ” ຄອມພິວເຕີສ່ວນ ບຸກຄົນແບບພົກພາ”.

ສະຫະພາບເສດຖະກິດຢູເຣ ເຊຍ ຫຼື Eurasian EconomicUnion (EAEU) ປະກອບດ້ວຍ ສະມາຊິກ 5 ຊາດຄື: ຣັດເຊຍ,ກາຊັກສະຖານ, ເບລາຣຸສ, ອາກ ເມນີ ແລະຄີກິສຖານ ການລົງທະ ບຽນໃນລັກສະນະນີ້ມັກຈະປາກົດ ໃຫ້ເຫັນກ່ອນການເປີດໂຕຜະລິດ ຕະພັນແອັບເປີ້ນລຸ້ນໃໝ່ຊຶ່ງບໍ່ຊັດ ເຈນວ່າຈະເປັນ MacBook ລຸ້ນ ໃໝ່  ຫຼື  ຈະເປັນການອັບເດດສະເປັກ ລຸ້ນທີ່ມີຢູ່ໃນປະຈຸບັນກັນແທ້.

MacBook ລຸ້ນ 12 ນິ້ວຂອງ ແອັບເປີ້ນບໍ່ໄດ້ພົບການອັບເດດສະ ເປັກມາຕັ້ງແຕ່ເດືອນມິຖຸນາ 2017  ສ່ວນ MacBook Air ໄດ້ຮັບ ການອັບເດດເມື່ອເດືອນຕຸລາ 2018 ແລະMacBook Pro ກໍໄດ້ຮັບ ການອັບເດດສະເປັກເມື່ອເດືອນພຶດສະພາ 2019 ທີ່ຜ່ານມາ.

ກ່ອນໜ້ານີ້ Ming-Chi Kuo ນັກວິເຄາະຜະລິດຕະພັນແອັບເປີ້ນໄດ້ຄາດການວ່າແອັບເປີ້ນອາດຈະເປີດໂຕ MacBook Pro  ລຸ້ນ 16                ນິ້ວ-16,5 ນິ້ວຊຶ່ງມີດິໄຊໃໝ່ໃນ ປີ 2019  ກຳລັງພິຈາລະນາຈະໃຊ້ ໜ້າຈໍ OLED ຂອງຊຳຊຸງກັບອຸ ປະກອນດັ່ງກ່າວ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ