ຫົວເຫວີຍຮຽກຮ້ອງເງິນຊົດເຊີຍ 1 ຕື້ໂດລາຈາກ Verizon

   ບານປາຍເຂົ້າໄປອີກສຳລັບບັນຫາລະຫວ່າງລັດຖະບານອາ ເມລິກາ ແລະຫົວເຫວີຍເຕັກໂນໂລ ຊີຫຼ້າສຸດທາງຫົວເຫວີຍໄດ້ມີການອອກມາກົດດັນທາງຝັ່ງຜູ້ປະກອບການໂທລະຄົມມະນາຄົມຂອງອາເມ ລິກາ ໂດຍວັນນີ້ເປັນຄາວຊວຍຂອງ ຜູ້ໃຫ້ບໍລິການເຄືອຂ່າຍລາຍໃຫຍ່ຄື Verizon Communications ທີ່ທາງຍັກໃຫຍ່ຈາກ ສປ ຈີນອອກຖະແຫຼງການວ່າ Verizon ຈະຕ້ອງຈ່າຍຄ່າໃຊ້ປະໂຫຍດໃນສິດທິບັດທີ່ກ່ຽວຂ້ອງກັບການໂທລະຄົມນາຄົມຂອງຫົວເຫວີຍທັງໝົດຫຼາຍກວ່າ 230 ລາຍການ.

Verizon ຄວນຈະຕົກລົງຈ່າຍຄ່າຊົດເຊີຍເພື່ອຈັດການບັນຫາເລື່ອງການຂໍໃຊ້ປະໂຫຍດຈາກສິດທິບັດຂອງເຮົາຄຳຖະແຫຼງຂອງຜູ້ບໍລິຫານທີມຊັບສິນທາງປັນຍາຂອງ Huawei Tecnologies ສິດທິບັດຈຳນວນຫຼາຍນີ້ຄືຄວບຄຸມໄປ ເຖິງການໃຊ້ງານ ໂດຍຫຼາຍກວ່າ 20 ບໍລິສັດໃນເຄືອຂອງ Verizon ເອງຊຶ່ງໃນບາງລາຍນັ້ນທາງຫົວເຫວີຍເຜີຍວ່າໄດ້ຕິດຕໍ່ໄປເກັບຄ່າຊົດເຊີຍເອງໂດຍກົງດ້ວຍ ສຳລັບປະເພດຂອງສິດທິບັດຫຼາຍກວ່າ 230 ລາຍການທີ່ວ່ານີ້ລ້ວນເປັນສິດທິບັດ ຂອງອຸປະກອນສຳລັບກິດຈະການ ໂທລະຄົມນາຄົມທັງໝົດບໍ່ວ່າຈະ ເປັນລະບົບເຄືອຂ່າຍໂຄງຂ່າຍສັນ ຍານ ຫຼື ເຕັກໂນໂລຊີ IoT ທັງຫຼາຍ  ຊຶ່ງຖືກປະເມີນເປັນມູນຄ່າ ເບື້ອງຕົ້ນຫຼາຍກວ່າ 1 ຕື້ໂດລາສະ ຫະລັດ ຫົວເຫວີຍຕ້ອງດິ້ນຮົນຕໍ່ສູ້ ກັບລັດຖະບານອາເມລິກາມາຫຼາຍ ກວ່າ 1 ປີແລ້ວສຳລັບຂໍ້ກ່າວຫາເລື່ອງຄວາມສ່ຽງເປັນໄພຄຸກຄາມທາງໄຊເບີໃນອຸປະກອນຂອງບໍລິ ສັດທີ່ທາງອາເມລິກາບອກວ່າອຸປະ ກອນຂອງຫົວເຫວີຍອາດຈະມີ ການເປີດລະບົບຫຼັງບ້ານໃຫ້ເກີດການຈາລະກຳຂໍ້ມູນຂອງອາເມລິ ກາສົ່ງກັບໄປໃຫ້ລັດຖະບານຈີນ ຊຶ່ງ ທາງຫົວເຫວີຍເອງກໍປະຕິເສດຢ່າງເຄັ່ງຂຶມມາຕະຫຼອດໃນເລື່ອງນີ້ຈົນວ່າບັນຫານີ້ເລີ່ມບານປາຍຫຼັງຈາກທີ່ລັດຖະບານກາງອາເມລິກາປະກາດຂຶ້ນບັນຊີດຳຫົວເຫວີຍຈົນເປັນທີ່ຮືຮາກັນໄປໃນເດືອນທີ່ຜ່ານມາ.

ສຳລັບນັກວິເຄາະຂອງຣອຍເຕີມອງວ່າການອອກມາຖະແຫຼງ ຮຽກຮ້ອງຄ່າຊົດເຊີຍສິດທິບັດຂອງຫົວເຫວີຍນີ້ເປັນການປະກາດໃຫ້ຜູ້ປະກອບການ ແລະລັດຖະບານອາ ເມລິກາເຫັນວ່າຫົວເຫຍີຍມີອຳນາດແລະມີຄວາມສຳຄັນຫຼາຍປານໃດ ໂດຍຕົວແທນທັງຈາກຫົວເຫວີຍ ແລະVerizon ໄດ້ມີການພົບກັນທີ່ມະຫານະຄອນນິວຢອກໃນອາທິດກ່ອນເພື່ອຫາລືໃນປະເດັນບັນຫານີ້ແລະຫາທາງອອກຮ່ວມກັນຕໍ່ໄປ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ