ມາເບິ່ງແຫວນໝັ້ນຂອງສະກາເລັດ ໂຈແຮສັນ ນັກສະແດງສາວລາຄາ 4 ແສນໂດລາ

ຫຼັງຈາກມັກຮັກກັນມາໄດ້ 2ປີ ແບລ໊ກ ວິໂດ ສະກາເລັດ ໂຈ ແຮສັນ ນັກສະແດງສາວຄົນງາມ ກໍໄດ້ໝັ້ນໝາຍຢ່າງເປັນທາງການ ກັບ ໂຄລິນ ໂຈສ (Colin Jost) ນັກສະແດງຕະຫຼົກຈາກລາຍການ Saturday Night Live ໄປເມື່ອ ເດືອນພຶດສະພາ ທີ່ຜ່ານມາ,

ໂດຍ Marcel Pariseau ຕົວແທນຂອງນັກສະແດງສາວໄດ້ ອອກມາເປີດເຜີຍຢືນຢັນເລື່ອງການໝັ້ນໝາຍແຕ່ຍັງບໍ່ໄດ້ໃຫ້ຂໍ້ມູນກ່ຽວກັບການແຕ່ງດອງຂອງທັງ ສອງ.ຫຼ້າສຸດສະກາເລັດ ໂຈແຮສັນ ໄດ້ປະກົດຕົວໃນງານຖະແຫຼງຂ່າວຮູບເງົາຂອງ Marvel Stud ios ທີ່ຊານດິເອໂກແຄລິຟໍເນຍ ອາເມລິກາ ເມື່ອທ້າຍອາທິດທີ່ຜ່ານມາ, ຊຶ່ງໃນງານດັ່ງກ່າວສະກາເລັດໂຈແຮສັນມາໃນຊຸດຫຼູພ້ອມກັບໂຊ ແຫວນເພັດທີ່ສວຍງາມ.

ໂດຍແຫຼ່ງຂ່າວລະບຸວ່າເປັນຄັ້ງ ທໍາອິດທີ່ລາວໃສ່ແຫວນໝັ້ນກັບ ໜຸ່ມ ໂຄລິນ ໂຈສ ອອກງານ ຊຶ່ງເປັນແຫວນເພັດຈາກຜະລິດຕະພັນຊື່ດັງ ມີນໍ້າໜັກ  11  ກະຣັດມູນຄ່າສູງເຖິງ 400.000 ໂດລາສະຫະ ລັດ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ