ສະໝຸນໄພພື້ນບ້ານ 4 ຊະນິດ ມີສັບພະຄຸນບຳລຸງສະໝອງ

   ອາການຂີ້ຫຼົງຂີ້ລືມເກີດໄດ້ກັບທຸກເພດທຸກໄວ ໂດຍສະເພາະຜູ້ທີ່ເລີ່ມມີອາຍຸຫຼາຍຂຶ້ນບາງຄົນເລືອກທີ່ຈະກິນວິຕາມິນ ແລະອາຫານເສີມເພື່ອທີ່ຈະຊ່ວຍປ້ອງກັນ ຫຼື ຮັກສາອາການຂີ້ລືມນີ້ແຕ່ຫາກກິນຢາຫຼາຍເກີນໄປກໍຈະເກີດສານເຄມີສະສົມທີ່ຈະຕົກຄ້າງຕາມຮ່າງກາຍ ແລະກາຍເປັນອັນຕະລາຍຕໍ່ສຸຂະພາບໄດ້ມື້ນີ້ເຮົາຈະມາແນະນຳອາຫານ 4 ຢ່າງທີ່ເມື່ອຮັບປະທານແລ້ວຈະຊ່ວຍເລື່ອງຄວາມຈຳໄດ້ ແລະກິນເຂົ້າໄປກໍບໍ່ເກີດການສະສົມສານເຄມີໃນຮ່າງກາຍອີກ ດ້ວຍປະກອບໄປດ້ວຍອາຫານ 4 ຢ່າງດັ່ງນີ້.

  • ຜັກຫວານ: ມີລົດຊາດຫວານສົມຊື່ນິຍົມນຳໄປໜຶ້ງກັບແຈ່ວນອກຈາກນີ້ນຳໄປແກງກໍ່ແຊບແກງໃສ່ໄຂ່ມົດສົ້ມອັນເປັນອາຫານຍອດນິຍົມ ຫຼື  ແກງໃສ່ປາກໍ່ແຊບ ນອກນັ້ນຍັງຊ່ວຍປ້ອງກັນໂລກກ່ຽວກັບປະສາດແລະສະໝອງເຊັ່ນ:ອັນໄຊເມີ,ປ້ອງກັນໂລກມະເຮັງ, ປ້ອງກັນໂລກຫົວໃຈຂາດເລືອດ, ປ້ອງກັນໂລກເບົາ ຫວານ,ຫຼຸດຄວາມຕຸ້ຍ,ບຳລຸງຮ່າງກາຍຫຼຸດໄຂ້, ແກ້ ຮ້ອນໃນ, ຕ້ານອະນຸມູນອິດສະຫຼະ ແລະແກ້ອາການ ນໍ້າດີພິການ, ແກ້ອາການເບື່ອເມົາ, ແກ້ປວດເມື່ອຍ ຕາມຮ່າງກາຍ.
  • ຜັກປັງ: ກິນໄດ້ທັງຍອດອ່ອນ, ໃບອ່ອນ ແລະ ດອກອ່ອນກິນເປັນຜັກຕົ້ມລວກ ຫຼື ໜຶ້ງຈໍ້າແຈ່ວເຄັດລັບຄວາມແຊບສຳລັບເຮັດອາຫານຄວນໃສ່ຜັກປັງ ລົງໃນໝໍ້ເປັນຂັ້ນຕອນສຸດທ້າຍຫຼັງຈາກນໍ້າຟົດໃສ່ ຜັກລົງໄປຄົນໃຫ້ຜັກຈົມພໍຟົດກໍ່ປົງບໍ່ໃຫ້ຟົດດົນເພາະຈະເຮັດໃຫ້ຜັກປັງເປື່ອຍບໍ່ເປັນຕາແຊບເໝາະສຳລັບຜູ້ສູງອາຍຸທີ່ມີບັນຫາເລື່ອງການຂັບຖ່າຍ.
  • ຜັກກູດ: ສ່ວນໃຫຍ່ນິຍົມກິນຍອດ ແລະໃບ ອ່ອນຜັກກູດບໍ່ນິຍົມກິນສົດໆມັກເອົາໄປຕົ້ມ ຫຼື ລວກ ນອກຈາກນັ້ນຜັກກູດຍັງໃຊ້ຕົ້ມ, ຍຳ,ເຮັດແກງ ຫຼື ຂົ້ວໃສ່ນໍ້າມັນຫອຍກໍ່ແຊບ.
  • ຜັກນາງເລີດມີລົດຊາດເຜັດອ່ອນໆເປັນຜັກ ສົດນິຍົມກິນກັບອາຫານເຊັ່ນ: ຕຳໝາກຫຸ້ງ, ພັນແລະໃສ່ແກງນ້ອງງົວ ຫຼື ອ່ອມຫອຍກໍ່ແຊບກິນແລ້ວ ຊ່ວຍບຳລຸງທາດຂັບລົມ, ແກ້ທ້ອງອືດທ້ອງເຟີ້.                                                                                                              -----------------------------                                                                                                          ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ