ແພດເຕືອນ ອາຫານ 3 ຊະນິດນີ້

  ອາຫານ 3 ຊະນິດທີ່ຫຼາຍຄົນບໍ່ຮູ້ວ່າຖ້າກິນເຂົ້າໄປຈະທຳລາຍກະດູກເອີ້ນໄດ້ວ່າເປັນອະໄວຍະວະທີ່ສຳຄັນຕໍ່ຮ່າງກາຍຊຶ່ງຫຼາຍຄົນທີ່ເບິ່ງແຍງສຸຂະພາບມັກຈະຫາອາ ຫານເສີມຈຳພວກແຄວຊ່ຽມ ຫຼື ອາຫານທີ່ມີປະໂຫຍດມາບຳລຸງຮ່າງກາຍແຕ່ຮູ້ບໍ່ວ່າອາຫານທີ່ເຮົາກິນທຸກວັນມີສ່ວນທຳລາຍກະດູກໄດ້ ເພາະກະດູກເມື່ອຖືກທຳລາຍຈົນ ບອບບາງມີຜົນຕໍໍ່ຄວາມເຈັບປວດ ຂອງຮ່າງກາຍໄດ້ຫຼາຍໂລກ ໂດຍສະເພາະແມ່ຍິງທີ່ມີອາຍຸ 30  ປີຂຶ້ນ ໄປຄວາມໜາແໜ້ນຂອງກະດູກຈະ ຫຼຸດລົງເພາະສະນັ້ນເຮົາມາເບິ່ງກັນວ່າອາຫານແບບໃດທີ່ກິນເຂົ້າໄປ ແລ້ວສາມາດທຳລາຍກະດູກໄດ້.

+ ກາເຟ: ການດື່ມກາເຟຫຼາຍ ກວ່າວັນລະ  2  ຈອກມີຜົນທຳລາຍ ກະດູກບອບບາງໄດ້ເພາະຄາເຟອິນ ໃນກາເຟຈະເຮັດໃຫ້ຮ່າງການຂັບ ແຄວຊ່ຽມອອກມາທາງປັດສະວະ                                                          ໄດ້.

+ ນໍ້າອັດລົມ: ນໍ້າອັດລົມບໍ່ມີ ປະໂຫຍດຕໍ່ຮ່າງກາຍແຖມມັນຍັງ ມີຜົນທຳລາຍກະດູກຫັກງ່າຍຊຶ່ງຜູ້ ທີ່ດື່ມນໍ້າອັດລົມເປັນປະຈຳຈະມີໂອກາດເກີດໂລກກະດູກຜ່ອຍໄດ້ຫຼາຍກວ່າຜູ້ທີ່ບໍ່ດື່ມ 3-4 ເທົ່າ.

+ ອາຫານເຄັມ: ການຮັບປະທານອາຫານທີ່ມີລົດຊາດເຄັມຫຼາຍນອກຈາກຈະມີຜົນຕໍ່ໄຂ່ຫຼັງແລ້ວ ອາດສົ່ງຜົນໃຫ້ຮ່າງກາຍຂັບແຄວ ຊ່ຽມອອກມາທາງປັດສະວະຫຼາຍຂຶ້ນເຮັດໃຫ້ກະດູກອ່ອນແອ ແລະບໍ່ ແຂງແຮງເທົ່າທີ່ຄວນ.

------------------------------

  ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ