ອາເມລິກາກຽມຈ່າຍເງິນຊົດເຊີຍໃຫ້ກະສິກອນ 16 ຕື້ໂດລາ

  ລັດຖະບານອາເມລິກາກຽມຈ່າຍເງິນຊົດເຊີຍໃຫ້ກັບຊາວກະສິ ກອນ 16 ຕື້ໂດລາສະຫະລັດ ຫຼັງຈາກພົບກັບບັນຫາສົ່ງອອກສິນຄ້າກະ ສິກຳຈາກສົງຄາມການຄ້າລະຫວ່າງອາເມລິກາ-ສປ ຈີນ.

ຕາມຂ່າວຕ່າງປະເທດລາຍງານວ່າລັດຖະບານອາເມລິກາກຽມຈ່າຍ ເງິນຊົດເຊີຍໃຫ້ກັບຊາວກະສິກອນຄົນອາເມລິກາທີ່ໄດ້ຮັບຜົນກະທົບຈາກສົງຄາມການຄ້າລະຫວ່າງອາເມລິກາ ແລະຈີນໂດຍຊາວກະສິ ກອນຈະໄດ້ຮັບເງິນຊົດເຊີຍຕັ້ງແຕ່ 15-150 ໂດລາສະຫະລັດຕໍ່ເຮັກຕາຕາມເງື່ອນໄຂທີ່ລັດຖະບານກຳນົດຊຶ່ງງົບປະມານໃນມາດຕະການຊົດເຊີຍໃຫ້ແກ່ຊາວກະສິກອນຂອງອາເມລິການີ້ຕັ້ງງົບປະມານໄວ້ທັງໝົດ 16 ຕື້ໂດລາ,ໂຄງການຊ່ວຍເຫຼືອຊາວກະສິກອນຂອງອາເມລິກາຈະເລີ່ມດຳເນີນງານການຈ່າຍເງິນໃນໄລຍະກາງເດືອນເຖິງທ້າຍເດືອນສິງຫາທີ່ຈະມາເຖິງນີ້ຊຶ່ງໃນປີ 2018 ລັດຖະບານອາເມລິກາໃຊ້ງົບປະມານ 12 ຕື້ໂດລາສຳລັບການແກ້ໄຂບັນຫາແລະອຸດໜູນລາຄາສິນຄ້າກະສິກຳໃຫ້ຢູ່ໃນລະດັບທີ່ເໝາະສົມ ແລະຊ່ວຍເຫຼືອສິນຄ້າກະສິກຳທີ່ບໍ່ສາມາດຂາຍໄດ້,ຂະນະທີ່ພັກເດໂມເຄດອອກມາວິຈານນະໂຍບາຍດັ່ງກ່າວວ່າຊາວກະສິກອນຕ້ອງການໆຄ້າທີ່ເປັນທຳຫຼາຍກວ່ານະໂຍບາຍປະຊານິຍົມແຈກເງິນ ແລະຍັງກ່າວຕື່ມວ່າ ຊາວກະສິກອນບໍ່ສົມຄວນເປັນຜູ້ຮັບຊະຕາກຳຈາກສົງຄາມການຄ້ານີ້.

ທັງນີ້ການຈ່າຍເງິນຊົດເຊີຍໃຫ້ກັບຊາວກະສິກອນນັ້ນຈະຂຶ້ນຢູ່ກັບທີ່ຕັ້ງຂອງຟາມກະເສດໃນລັດຕ່າງໆຊຶ່ງຈະໄດ້ຮັບຄ່າຊົດເຊີຍແຕກຕ່າງກັນ ແລະຂໍ້ມູນການຄ້າໃນຮອບ 10 ປີ ທີ່ໄດ້ຮັບຜົນກະທົບຈາກກຳແພງພາສີຈາກປະເທດຕ່າງໆລວມໄປເຖິງຈີນ ແລະອິນເດຍ,ຂະນະທີ່ສິນຄ້າກະສິກຳທີ່ຈະໄດ້ຮັບເງິນຊົດເຊີຍຕາມໂຄງນັ້ນມີ 29 ລາຍການຄື:ໝາກຖົ່ວເຫຼືອງ, ເຂົ້າສາລີ, ສາລີ, ເຂົ້າຝາງ ແລະຝ້າຍນອກຈາກນີ້ຍັງລວມ ໄປເຖິງຟາມງົວນົມ ແລະຟາມລ້ຽງໝູອີກດ້ວຍຂະນະທີ່ຊາວກະສິກອນຜູ້ປູກໝາກອາມອນ,ຖົ່ວພິສຕາຊິໂອ, ແຄຣນເບີຣີ ແລະເຊີຣີກໍຈະໄດ້ຮັບເງິນຊົດເຊີຍຕາມໂຄງການເຊັ່ນກັນ.

ພາບ ແລະຂາ່ວຈາກ: ໜັງສຶພິມເສດຖະກິດ-ສັງຄົມ