ເລື່ອງ Spider-Man: Far From Home ສ້າງລາຍໄດ້ເກີນ 1 ຕື້ໂດລາ

   ໄລຍະນີ້ເວົ້າໄດ້ວ່າເປັນຂາ ຂຶ້ນຂອງ Marvel ກັນເລີຍຫຼັງຈາກຮູບເງົາເລື່ອງ Avengers: Endgame ສ້າງລາຍໄດ້ແຊງໜ້າ ເລື່ອງ Avartar ໄປໄດ້.ຫຼ້າສຸດຮູບເງົາເລື່ອງ Spider Man: FarFrom Home ກໍສ້າງລາຍໄດ້ ຫຼາຍກວ່າ 1 ຕື້ໂດລາສະຫະລັດເປັນທີ່ຮຽບຮ້ອຍໄປແລ້ວ.

Tom Holland ຫຼື Spider Man ປາກົດໂຕເທື່ອທຳອິດໃນ Captain America: Civil War ເມື່ອປີ 2016, Home Coming ໃນປີ  2017  ຮວມທັງປາກົດຕົວ ໃນຮູບເງົາທັງໝົດເຊັ່ນ Aven gers: Infinity War ແລະEndgame ອີກດ້ວຍ Spider Man: Far From Home ຖືເປັນຮູບ ເງົາດ່ຽວເລື່ອງທີ່ສອງຂອງ Tom Holland.

Spider Man: Home Coming ສ້າງລາຍໄດ້ໄປທັງໝົດ 880  ລ້ານໂດລາ ຊຶ່ງການທີ່ Spider Man: Far From Home ສ້າງລາຍໄດ້ຫຼາຍກວ່າ 1 ຕື້ໂດລາ ຖືວ່າມີກະແສຕອບຮັບທີ່ດີຫຼາຍ ເລີຍ. ຊຶ່ງເຮັດໃຫ້ປີນີ້  Marvel ມາ ແຮງແທ້ໆ.

  ພາບ  ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ