6 ເດືອນຕົ້ນປີນີ້ຫົວເຫວີຍ ມີລາຍໄດ້ເພີ່ມຂຶ້ນ 23,2%

         ຫົວເຫວີຍລາຍງານລາຍໄດ້ 6 ເດືອນຕົ້ນປີ 2019 ເຕີບໂຕ 23,2% ກົງກັນຂ້າມກັບກະແສແຮງຕ້ານທາງການເມືອງ.

ຕາມຂ່າວຕ່າງປະເທດລາຍງານວ່າຫົວເຫວີຍ ບໍລິສັດເຕັກໂນໂລຊີລາຍໃຫຍ່ຈາກ ສປ ຈີນ ຖະແຫຼງໃນວັນທີ 30 ກໍລະກົດວ່າ ລາຍໄດ້ ລວມ 6 ເດືອນຕົ້ນປີນີ້ເພີ່ມຂຶ້ນ 23,2% ເມື່ອທຽບກັບໄລຍະເວລາດຽວກັນຂອງປີ 2018 ລາຍໄດ້ລວມຢູ່ທີ່ 4,01 ຮ້ອຍຕື້ຢວນ (5,82 ຕື້ໂດລາສະຫະລັດ) ກຳໄລສຸດທິ 8,7% ພ້ອມທັງເນັ້ນໜັກວ່າປະຕິບັດການດຳເນີນໄປດ້ວຍດີບໍລິສັດຍັງຢູ່ດີຄືເກົ່າ ຊຶ່ງທຸລະກິດໃຫ້ບໍລິການໂຄງ ຂ່າຍທີ່ຕ້ອງຂາຍອຸປະກອນເຄືອຂ່າຍຫຼັກສ້າງຍອດຂາຍໄດ້ 1,46 ຮ້ອຍຕື້ຢວນ ປະຈຸບັນບໍລິສັດເຮັດສັນຍາ 5ຈີ ກັບຜູ້ບໍລິຫານໂທລະຄົມມະນາ ຄົມຊັ້ນນໍາທົ່ວໂລກ 50 ແຫ່ງ, ໂດຍຍອດຂາຍສະມາດໂຟນ, ແທັບເລັດ,ພີຊີ ແລະຜະລິດຕະພັນສວມໃສ່ໄດ້ສ້າງລາຍໄດ້ 2,2 ຮ້ອຍຕື້ຢວນ, ທ່ານ ຫຼຽງ ຫົວປະທານຫົວເຫວີຍເປີດເຜີຍວ່າລາຍໄດ້ເຕີບໂຕຂຶ້ນຢ່າງວ່ອງ ໄວຕະຫຼອດເດືອນພຶດສະພາທີ່ຜ່ານມາເນື່ອງຈາກຕົ້ນປີມີກຳໄລດີຄາດວ່າຫົວເຫວີຍຈະເຕີບໂຕຕໍ່ໄປອີກໃນທ້າຍປີນີ້ສ່ວນການທີ່ຖືກອາເມລິກາຂຶ້ນບັນຊີດຳຖືວ່າເປັນອຸປະສັກທີ່ອາດສົ່ງຜົນຕໍ່ການເຕີບໂຕໃນໄລຍະສັ້ນ.

ລາຍງານຫຼ້າສຸດຈາກບໍລິສັດວິໄຈຄານາລິສເປີດເຜີຍວ່າຫົວເຫວີຍ ຄອງຕຳແໜ່ງຜູ້ຜະລິດສະມາດໂຟນລາຍໃຫຍ່ອັນດັບ 2 ຂອງໂລກວັດຈາກປະລິມານການສົ່ງມອບໄປຮຽບຮ້ອຍແລ້ວຊຶ່ງຄອງສ່ວນແບ່ງຕະຫຼາດ 38,2% ໃນໄຕມາດເດືອນເມສາ-ມິຖຸນາ.

  • ພາບ  ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ