ເສຍຊີວິດ 9 ຄົນຍ້ອນໄຂ້ເລືອດອອກໃນ ສິງກະໂປ

  ກະຊວງສາທາລະນະສຸກ ແລະອົງການສິ່ງແວດລ້ອມແຫ່ງຊາດສິງກະໂປໄດ້ຮ່ວມກັນຖະແຫຼງຂ່າວໃນວັນທີ 29 ກໍລະກົດນີ້ວ່າ,ປີນີ້ສິງກະໂປ ເສຍຊີວິດຍ້ອນໄຂ້ເລືອດອອກ 9 ຄົນແລ້ວ.ມາຮອດວັນທີ 20 ກໍລະກົດນີ້, ສິງກະໂປມີ 8.020 ຄົນຕິດເຊື້ອພະຍາດໄຂ້ເລືອດອອກ ແລະຂຶ້ນເປັນ 5 ເທົ່າໃນໄລຍະດຽວກັນຂອງປີຜ່ານມາ.

ຕາມຂ່າວຕ່າງປະເທດລາຍງານວ່າ ຖະແຫຼງການລະບຸວ່າ,ພຽງແຕ່ໃນໄລຍະແຕ່ວັນທີ 30 ມິຖຸ ນາຫາວັນທີ 16 ກໍລະກົດປີນີ້,ມີຜູ້ຊາຍ 4 ຄົນ ອາຍຸລະຫວ່າງ 46 ປີ ຫາ 77 ປີເສຍຊີວິດຍ້ອນພະຍາດໄຂ້ເລືອດອອກ.ຖະແຫຼງການລະບຸຕື່ມວ່າ,ຜູ້ເປັນພະຍາດໄຂ້ເລືອດອອກສ່ວນຫຼາຍຈະຟື້ນຟູສຸຂະພາບໄດ້, ແຕ່ກໍຍັງມີຜູ້ເປັນພະຍາດບາງຄົນອາດຈະເສຍຊີວິດຍ້ອນອາການສົນໂດຍສະເພາະແມ່ນຜູ້ເປັນພະຍາດທີ່ມີອາຍຸສູງ.

ທຸກປີ,ອາກາດຢູ່ສິງກະໂປທັງຮ້ອນທັງຊຸ່ມໃນໄລຍະແຕ່ເດືອນມິຖຸນາຫາເດືອນຕຸລາ,ຈິ່ງເປັນສາເຫດເຮັດໃຫ້ຍຸງລາຍແຜ່ພັນໄວສົມຄວນ.ປະຈຸບັນນີ້, ພາກສ່ວນສາທາລະນະສຸກສິງກະໂປພວມໃຊ້ມາດຕະການກຳຈັດຍຸງພ້ອມທັງໄດ້ແຈ້ງເຕືອນປະຊາຊົນຢູ່ເຂດມັກເກີດພະຍາດໄຂ້ເລືອດອອກເພື່ອຍົກສະຕິປ້ອງກັນພະຍາດຂອງປະຊາຊົນໃຫ້ສູງຂຶ້ນ.

  • ພາບ  ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ