ເງິນປອນອ່ອນຄ່າເມື່ອທຽບກັບໂດລາ-ເອີໂຣ

    ເງິນປອນຂອງອັງກິດອ່ອນຄ່າ ເມື່ອທຽບກັບເງິນໂດລາສະຫະລັດ ແລະເອີໂຣ ເນື່ອງຈາກມີ ຄວາມກັງວົນວ່າອັງກິດຈະແຍກຕົວອີຢູແບບບໍ່ມີຂໍ້ຕົກລົງ.

ຕາມຂ່າວຕ່າງປະເທດລາຍງານວ່າ ເງິນປອນອ່ອນຄ່າລົງໃກ້ ຈຸລະດັບ 1,24 ໂດລາ ແລະອ່ອນ ຄ່າເມື່ອທຽບເອີໂຣ ທ່າມກາງ ຄວາມກັງວົນທີ່ວ່າອັງກິດຈະແຍກຕົວອອກຈາກສະຫະພາບເອີຣົບ (ເບຣັກຊິດ) ໂດຍບໍ່ມີການເຮັດຂໍ້ຕົກລົງ. ໃນວັນທີ 30 ກໍລະກົດທີ່ ຜ່ານມາ ເງິນປອນອ່ອນຄ່າ 0,57% ສູ່ລະດັບ 1.2147  ໂດລາ ແລະຫຼຸດ ລົງ 0,60% ສູ່ລະດັບ 0,9174 ທຽບເອີໂຣ, ທ່ານ ທອງ-ຄລອດຢຸງເກີປະທານຄະນະກຳມາການ ເອີຣົບ (ອີຊີ) ຊຶ່ງເປັນອົງການບໍລິຫານຂອງສະຫະພາບເອີຣົບ (ອີຢູ) ກ່າວວ່າ ອີຢູຈະບໍ່ເຈລະຈາຂໍ້ຕົກລົງເບຣັກຊິດຄັ້ງໃໝ່ກັບອັງກິດ ເພາະຂໍ້ຕົກລົງ ເບຣັກຊິດ ທີ່ຜູ້ ນໍາອີຢູບັນລຸຂໍ້ຕົກລົງກັບທ່ານ ນາງ ເທເຣຊາ ເມອະດີດ ນາຍົກລັດຖະມົນຕີ ຂອງອັງກິດໃນເດືອນພະຈິກ ປີທີ່ຜ່ານມາ ຖືເປັນຂໍ້ຕົກລົງທີ່ດີ ທີ່ສຸດແລະເປັນຂໍ້ຕົກລົງສະບັບ ດຽວທີ່ອັງກິດເຮັດໄວ້ກັບອີຢູ. ທ່ານ ຢຸຸງເກີ ກ່າວຕື່ມວ່າ ອີຢູພ້ອມທີ່ຈະເຈລະແນວຄິດທີ່ມີການນໍາສະ ເໜີໂດຍທາງອັງກິດຂຶ້ນຢູ່ກັບວ່າແນວຄິດດັ່ງກ່າວ ຈະຕ້ອງສອດ ຄ່ອງກັບຂໍ້ຕົກລົງເບຣັກຊິດສະບັບເກົ່າ.

ດ້ານທ່ານ ບໍຣິສ ຈອນສັນນາ ຍົກລັດຖະມົນຕີຂອງອັງກິດກ່າວ ຕໍ່ລັດຖະສະພາວ່າຈະເຮັດຂໍ້ຕົກລົງ ເບຣັກຊິກສະບັບໃໝ່ກັບອີຢູ ຊຶ່ງຖ້າ ຫາກອີຢູປະຕິເສດທີ່ຈະເຈລະຈາ ທ່ານຈອນສັນກໍຈະນໍາອັງກິດແຍກ ຕົວຈາກອີຢູໃນວັນທີ 31 ຕຸລາທີ່ ຈະມາເຖິງນີ້ ໂດຍບໍ່ມີການເຮັດຂໍ້ ຕົກລົງ.

  • ພາບ  ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ