ເທສລາຍອມຈ່າຍພາສີ 323 ລ້ານໂດລາຕໍ່ປີໃຫ້ຈີນ

  ບໍລິສັດເທສລາອິ້ງຂອງອາເມລິກາຍອມຈ່າຍພາສີ 323 ລ້ານໂດລາສະຫະລັດຕໍ່ປີໃຫ້ ສປ ຈີນ ແລກກັບການຕັ້ງໂຮງງານຜະລິດລົດ ໄຟຟ້າໃນຊຽງໄຮ້.

ຕາມຂ່າວຕ່າງປະເທດລາຍງານວ່າ ບໍລິສັດເທສລາ ອິ້ງ ຂອງອາເມລິກາຕົກລົງທີ່ຈະຈ່າຍເງິນພາສີ 2,23 ຕື້ຢວນ (323 ລ້ານໂດລາ) ໃຫ້ກັບຈີນທຸກປີ ຊຶ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງກັບລັດຖະບານທ້ອງຖິ່ນເພື່ອສ້າງໂຮງງານຜະລິດລົດໄຟຟ້າໃນເຂດນອກນະຄອນຊຽງໄຮ້,ພາຍໃຕ້ເງື່ອນໄຂຂອງສັນຍາເຊົ່າທີ່ດິນທີ່ເຮັດກັບລັດຖະບານຈີນ ນັ້ນ ເທສລາຕ້ອງເລີ່ມຈ່າຍພາສີລາຍປີໃນທ້າຍປີ 2023 ຫຼື ສົ່ງມອບທີ່ດິນຄືນໃຫ້ກັບຈີນ,ນອກຈາກນີ້ ເທສລາຍັງຕ້ອງຈ່າຍເງິນທຶນ 2 ຕື້ໂດລາ ສຳລັບໂຮງງານດັ່ງກ່າວໃນໄລຍະ 5 ປີຕໍ່ໜ້າ,ການສ້າງໂຮງງານໃນ ຕ່າງປະເທດແຫ່ງທຳອິດຂອງເທສລາມີເປົ້າໝາຍເພື່ອຫຼີກເວັ້ນພາສີນໍາ ເຂົ້າ ແລະເຮັດໃຫ້ລາຄາລົດໄຟຟ້າຫຼຸດລົງໃນຕະຫຼາດຈີນ ຊຶ່ງເປັນຕະຫຼາດລົດໄຟຟ້າຂະໜາດໃຫຍ່ທີ່ສຸດໃນໂລກຊຶ່ງຂໍ້ຜູກພັນດັ່ງກ່າວນັ້ນບໍ່ໄດ້ເປັນພາລະເມື່ອປຽບທຽບກັບເປົ້າໝາຍຂອງບໍລິສັດຊຶ່ງລວມເຖິງການ ທຸ່ມເງິນຫຼາຍຕື້ໂດລາໃນໂຮງງານດັ່ງກ່າວ.

ເທສລາລະບຸວ່າບໍລິສັດເຊື່ອວ່າ ຈະສາມາດບັນລຸເປົ້າໝາຍຄວາມຕ້ອງການໃຊ້ຈ່າຍທຶນ ແລະລາຍໄດ້ເຖິງແມ່ນວ່າການຜະລິດລົດໄຟຟ້າ ຈົນເຖິງຂະນະນີ້ຍັງຕໍ່າກວ່າປະລິມານທີ່ຄາດຄະເນໄວ້ກໍຕາມ.

  • ພາບ  ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ