ສະມາຄົມພໍ່-ແມ່ນັກຮຽນສະຫຼຸບວຽກງານ ປະຈຳປີ

    ວັນທີ 31  ກໍລະກົດ ຜ່ານມາສະມາຄົມພໍ່-ແມ່ນັກຮຽນໂຮງ ຮຽນ ມສ ເທສະບານແຂວງຫຼວງນໍ້າທາສະຫຼຸບວຽກງານປະຈຳສົກຮຽນ 2016-2019 ແລະທິດທາງແຜນການ 2019-2022 ທີ່ຫ້ອງ ປະຊຸມໂຮງຮຽນ ມສ ເທສະບານ ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ສີພາສານສະຫວັດປະທານສະມາຄົມພໍ່-ແມ່ນັກຮຽນໂຮງຮຽນ ມສ ເທສະບານ ແຂວງ, ມີທ່ານ ບຸນທຽນ ນັນທິ ລາດ ຕາງໜ້າພະແນກສຶກສາທິ ການ ແລະກີລາແຂວງ,ອຳນວຍການໂຮງຮຽນ ມສ ເທສະບານ, ສະມາຊິກສະມາຄົມພໍ່-ແມ່ນັກຮຽນ,ຄູ-ອາຈານພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຮງຮຽນ ມສ ເທສະບານ ແຂວງຫຼວງນໍ້າທາ ເປັນໂຮງຮຽນ ໃຫຍ່ອັນດັບ 1 ຂອງແຂວງ, ປະ ກອບມີພະນັກງານຄູ 83 ຄົນ, ຍິງ 55 ຄົນ,ໃນນີ້ມີຄູຕ່າງປະເທດ 3 ຄົນ, ຍິງ 2 ຄົນ, ມີນັກຮຽນທັງໝົດ 2.036 ຄົນ ຍິງ 1.006 ຄົນ, ໄລຍະຜ່ານມາສະມາຄົມພໍ່-ແມ່ນັກ ຮຽນໂຮງຮຽນ ມສ ເທສະບານ     ແຂວງທຸກພາກສ່ວນມີແນວຄິດອຸ່ນ ອຽນທຸນທ່ຽງ, ມີຫຼັກໝັ້ນ, ເຄື່ອນ ໄຫວວຽກງານຕາມພາລະບົດບາດ ເປັນຕົ້ນໄດ້ຊ່ວຍແກ້ໄຂບັນຫາຕ່າງໆ ຂອງໂຮງຮຽນມາຕະຫຼອດພ້ອມ ນັ້ນຍັງໄດ້ແຈກຍາຍກົດລະບຽບ ຂອງໂຮງຮຽນໃຫ້ແກ່ນັກຮຽນ, ສຶກສາອົບຮົມແນວຄິດຄຸນສົມບັດໃຫ້ ແກ່ນັກຮຽນໃນກໍລະນີທີນັກຮຽນ ຜິດຕໍ່ກົດລະບຽບ ຫຼື ມີບັນຫາ ອື່ນໆ, ໃຫ້ກາຍເປັນຄົນດີໃນສັງ ຄົມ, ສຳລັບພະນັກງານຄູ-ອາຈານໄດ້ສຸມໃສ່ທຸກຄວາມຮູ້ຄວາມສາ ມາດວີຊາສະເພາະ, ຄວາມຮູ້ທາງດ້ານເທັກໂນໂລຊີ ແລະວິທີການສິດສອນໃຫ້ສອນດີສອນເກັ່ງ, ພ້ອມທັງ ໄດ້ມອບລາງວັນໃຫ້ນັກຮຽນເກັ່ງ ແລະສະຫຼຸບຜົນການຮຽນເກັ່ງ-ຮຽນອ່ອນເປັນແຕ່ລະເດືອນ, ມີນັກຮຽນຫຼາຍນ້ອງທີ່ໄດ້ເຂົ້າຮ່ວມສອບ ເສັງນັກຮຽນເກັ່ງທົ່ວປະເທດ,ນອກຈາກນີ້ທາງຄະນະປະທານສະມາຄົມພໍ່ແມ່ນັກຮຽນຍັງໄດ້ສົມທົບກັບທຸກພາກສ່ວນໄດ້ສຸມໃສ່ສະຕິປັນ ຍາຊອກຫາແຫຼ່ງທຶນ, ການອອກ ແບບຄິດໄລ່ເພື່ອມາກໍ່ສ້າງເຮືອນລ້ຽງເດັກຂອງໂຮງຮຽນ, ຊຶ່ງປະຈຸບັນເຮືອນລ້ຽງເດັກຂອງໂຮງຮຽນພວມດຳເນີນການກໍ່ສ້າງແລ້ວປະ ມານ 85% ໂດຍແມ່ນບໍລິສັດທີບມະນີວົງເປັນຜູ້ຮັບເໝົາ.

ໂອກາດໃນກອງປະຊຸມຍັງໄດ້ປ່ອນບັດເອົາຄະນະປະທານຊຸດໃໝ່ມີຜູ້ສະໝັກ 14 ທ່ານ ເລືອກເອົາ 4 ທ່ານ,ກອງປະຊຸມເປັນເອກະສັນເລືອກເອົາທ່ານ ນາງ ສົມດີ ແກ້ວ ມະນີແສງ ເປັນປະທານສະມາຄົມພໍ່-ແມ່ໂຮງຮຽນ ມສ ເທສະບານ ແຂວງຜູ້ໃໝ່ ແລະຄະນະອີກ 3 ທ່ານເພື່ອຊີ້ນຳ-ນຳພາວຽກງານ ໃນຕໍ່ໜ້າໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ.

ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ