ອຸດົມໄຊ-ດຽນບຽນ ຮ່ວມມືດ້ານການສຶກສາ

  ວັນທີ 31 ກໍລະກົດ 2019 ທີ່ສະໂມສອນພະແນກສຶກສາທິ ການ ແລະກີລາແຂວງອຸດົມໄຊໄດ້ມີພິທີຕ້ອນຮັບການມາຢ້ຽມຢາມຂອງທ່ານ ຫງວຽນວັນກຽນຫົວໜ້າພະແນກສຶກສາ ແລະກໍ່ ສ້າງແຂວງດຽນບຽນ ສສ ຫວຽດ ນາມ ພ້ອມດ້ວຍຜູ້ອຳນວຍການ ໂຮງຮຽນວິທະຍາໄລສ້າງຄູ, ສ້າງ ແພເສດຖະກິດ-ເຕັກນິກ, ສູນການສຶກສານອກໂຮງຮຽນ ແລະ ຂະແໜງທີ່ກ່ຽວຂ້ອງໂດຍໃຫ້ກຽດ ຕ້ອນຮັບຂອງທ່ານ ພວງວິໄລ  ອິນ ທະວົງ ຮັກສາການຫົວໜ້າພະແນກສຶກສາທິການ ແລະກີລາແຂວງອຸ ດົມໄຊ ສປປ ລາວ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.ການເດີນທາງມາຢ້ຽມຢາມໃນຄັ້ງນີ້ແມ່ນບົນພື້ນຖານມິດຕະພາບຄວາມສາມັກຄີເຊິ່ງກັນ ແລະກັນເພີ່ມທະວີການພົວພັນຮ່ວມມືຊຸກຍູ້ການສຶກສາລະຫວ່າງສອງຝ່າຍ ໃຫ້ດີຂຶ້ນ,ນອກນັ້ນຍັງໄດ້ຮັບຟັງ ການລາຍງານສະພາບການສຶກ ສາ, ຜົນການຮ່ວມມືໃນໄລຍະຜ່ານມາ, ບາງຂໍ້ຫຍຸ້ງຍາກຈຳກັດ, ແຜຄາດຄະເນກໍ່ສ້າງບຳລຸງຍົກລະດັບ ການສຶກສາໄລຍະປີ 2021-2025 ທັງຮ່ວມກັນສົນທະນາປຶກສາຫາລື ກັນຫຼາຍບັນຫາເພື່ອກ້າວໄປເຖິງ ການຮ່ວມມືເຊິ່ງກັນ ແລະກັນໃນຕໍ່ໜ້າໃຫ້ແໜ້ນແຟ້ນຍິ່ງຂຶ້ນ,ພ້ອມດຽວກັນນີ້ທັງສອງຝ່າຍຍັງໄດ້ເຫັນດີເອກະພາບກັນລົງນາມເຊັນບົດ ບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການຮ່ວມມືກໍ່ສ້າງນັກສຶກສາແຂວງ ອຸດົມໄຊ ໄປເຂົ້າຮຽນຢູ່ບັນດາໂຮງຮຽນຕ່າງໆ ທີ່ແຂວງດຽນບຽນ ສສ ຫວຽດນາມ.

ໃນໂອກາດນີ້ຄະນະຜູ້ແທນ ແຂວງດຽນບຽນ ສສ ຫວຽດນາມຍັງໄດ້ແຈກຢາຍແຜ່ນພັບໂຄສະນາສາຂາວິຊາຮຽນ ແລະຫຼັກສູດການຮຽນ-ການສອນຂອງຕົນໃຫ້ທາງ ແຂວງອຸດົມໄຊເພື່ອໂຄສະນາເຖິງພະນັກງານ, ນັກຮຽນ, ນັກສຶກສາທີ່ມີຄວາມສົນໃຈຢາກໄປສຶກສາຕໍ່ຢູ່ທີ່ແຂວງດຽນບຽນ ສສ ຫວຽດນາມ.

ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ