ຜັກຕິ້ວ ຊ່ວຍຕ້ານການເກີດມະເຮັງຕັບໄດ້

   ໂລກມະເຮັງຕັບ ເປັນໂລກມະເຮັງທີ່ສາມາດເຫັນໄດ້ຫຼາຍເປັນອັນດັບ 1 ຂອງມະເຮັງທີ່ເກີດຂຶ້ນໃນ ຜູ້ຊາຍໂລກມະເຮັງສ່ວນຫຼາຍມະເຮັງຕັບມັກເກີດນຳຄົນທີ່ມີອາຍຸ 30 ຫາ 70 ປີ ແລະເຫັນໄດ້ໃນຜູ້ຊາຍ ຫຼາຍກວ່າຜູ້ຍິງປະມານ 2 ຫາ 3 ເທົ່າ ຈັດວ່າໂລກນີ້ເປັນໂລກທີ່ມີຄວາມຮຸນແຮງຫຼາຍຈົນອາດເຮັດໃຫ້ຜູ້ປ່ວຍເສຍຊີວິດໄດ້. ໃນຄໍລໍາສາລະໜ້າຮູ້ຈະເອົາສະໝຸນໄພພື້ນບ້ານມາຝາກສະນັ້ນໄປເບິ່ງພ້ອມກັນເລີຍ.

ເຊື່ອວ່າຫຼາຍຄົນຄົງຍັງບໍ່ຮູ້ຜົນປະໂຫຍດທາງການຢາຂອງຜັກຕິ້ວ ແຕ່ທຸກຄົນຮູ້ໃນແງ່ການນຳຜັກຕິ້ວມາເປັນສ່ວນໜຶ່ງໃນການປະກອບອາຫານຜັກຕິ້ວ ເປັນຜັກພື້ນບ້ານທີ່ເກີດຕາມລະດູການຍອດ ແລະໃບອ່ອນສາມາດເອົາມາກິນກັບແທນຜັກສົດໄດ້ເຊັ່ນ:ກິນກັບລາບ,ກ້ອຍ ແລະກັບແຈ່ວ,ຖ້ານຳໄປແກງເພື່ອເຮັດໃຫ້ອາຫານອອກລົດຊາດສົ້ມເຊັ່ນ:ແກງປາກໍ່ຈະມີລົດຊາດແຊບໄປອີກແບບເພາະຜັກຕິ້ວປະກອບໄປດ້ວຍວິຕາມິນເອສູງ ແລະວິຕາມິນບີສູງ ແລະຍັງຊ່ວຍບຳລຸງສາຍຕາ ແລະຍັງຮັກສາສຸຂະພາບຜີວໜັງຂອງຄົນເຮົາໄດ້ອີກ,ມັນຍັງສາມາດ ຕ້ານມະເຮັງຕັບ ແລະຫຼຸດອາການສ່ຽງຂອງພະຍາດຫົວໃຈ ແລະຫຼອດເລືອດພ້ອມທັງບຳລຸງເລືອດແກ້ ປວດຕາມຂໍ້ ແລະແກ້ປະດົງອີກດ້ວຍ.

ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ