ກຸ່ມການສຶກສາ ແສງສະຫວັນ ສະຫຼຸບການຮຽນ-ການສອນ

ເມື່ອບໍ່ດົນມານີ້ກຸ່ມການສຶກສາແສງສະຫວັນຈັດພິທີສະຫຼຸບການຮຽນ-ການສອນສາຍສາ ມັນສຶກສາໃຫ້ນັກຮຽນຈົບຂັ້ນ ແລະ ຈົບຊັ້ນປະຖົມ ແລະມັດທະຍົມປະ ຈຳສົກຮຽນ 2018-2019 ທີ່ສາມາດສອບເສັງຜ່ານໄດ້ຮ້ອຍສ່ວນ ຮ້ອຍພ້ອມທັງມອບທຶນການສຶກສາ ໃຫ້ໄປຮຽນຕໍ່ຢູ່ຕ່າງປະເທດ ແລະ ຍ້ອງຍໍນັກຮຽນດີນັກຮຽນເກັ່ງ ແລະຄູດີເດັ່ນປະເພດ 1 , ປະເພດ 2 ແລະປະເພດ 3 ຢ່າງສົມກຽດ, ໂດຍໃຫ້ກຽດເຂົ້າຮ່ວມ ແລະມອບໃບຍ້ອງຍໍຂອງທ່ານ ຄໍາແສນ ສີ ສະວົງ ປະທານກຸ່ມການສຶກສາ ແສງສະຫວັນ, ມີຄະນະອຳນວຍ ການ, ຄູ-ອາຈານ,ນັກຮຽນໂຮງຮຽນທັງ 4 ສາຂາ ແລະພໍ່ແມ່ຜູ້ປົກ ຄອງນັກຮຽນເຂົ້າຮ່ວມ.

ໂອກາດນີ້, ປະທານກຸ່ມການ ສຶກສາແສງສະຫວັນ ກໍ່ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍມາຍັງບັນ ດາຄູ-ອາຈານ ແລະນັກຮຽນທີ່ເອົາໃຈໃສ່ຕໍ່ການຮຽນການ-ສອນຂອງຕົນຈົນສາມາດເຮັດໃຫ້ຜົນການ ຮຽນອອກມາໄດ້ຮ້ອຍສ່ວນຮ້ອຍ ຕໍ່ຜົນງານດັ່ງກ່າວຂໍໃຫ້ທຸກຄົນຈົ່ງສືບຕໍ່ຮັກສາມູນເຊື້ອນີ້ໄວ້ເພື່ອຜັນຂະຫຍາຍໃຫ້ດີກວ່າເກົ່າພິເສດໃນ ສົກຮຽນ 2019-2020 ລັດຖະ ບານກໍຄືກະຊວງສຶກສາທິການ ແລະກີລາໄດ້ອະນຸມັດໃຫ້ກຸ່ມການສຶກສາແສງສະຫວັນ ເປີດການຮຽນ-ການສອນໃນລະດັບປະລິນຍາຕີໂດຍຍົກຖານະຈາກວິທະຍາໄລບໍລິຫານທຸລະກິດ ແສງສະຫວັນ ຂຶ້ນມາເປັນສະຖາບັນບໍລິຫານທຸລະກິດແສງສະຫວັນສະນັ້ນໃນສົກຮຽນໃໝ່ນີ້ພວກເຮົາຈະໄດ້ມີການ ເສີມຂະຫຍາຍຫຼັກສູດການຮຽນ-ການສອນອອກຕື່ມອີກ ໂດຍຈະມີພະນັກງານຄູ-ອາຈານຜູ້ຊຽວຊານ ລະດັບສູງທັງເປັນຄົນລາວ ແລະ ຊາວຕ່າງປະເທດຖ່າຍທອດຄວາມຮູ້ໃຫ້ນ້ອງນັກຮຽນ ແລະນັກສຶກສາເຊື່ອໝັ້ນວ່າທຸກຄົນຈະມີຄວາມຮູ້ທີ່ກວ້າງໄກ ແລະສາມາດກ້າວ ໄປອີກໃນລະດັບໜຶ່ງກໍຄືລະດັບພາກພື້ນ,ອານຸພາກພື້ນ ແລະສາກົນໃນ ຕໍ່ໜ້າອີກດ້ວຍ. 

ໃນພິທີດັ່ງກ່າວມີໄດ້ມີພິທີມອບ-ຮັບໃບຍ້ອງຍໍໃຫ້ແກ່ນັກຮຽນດີນັກຮຽນເກັ່ງຊັ້ນປະຖົມສຶກສາ  ປ1 ຫາ ປ5  ປະເພດ 1 , 2 ແລະ3 ຈໍານວນ 79 ຄົນ: ຊັ້ນມັດທະຍົມຕອນຕົ້ນ  ມ1 ຫາ ມ3  ແລະມັດທະຍົມປາຍ ມ5  ແລະມ6 ຈໍານວນ  52  ຄົນ ນອກນັ້ນຍັງໄດ້ມອບໃບຍ້ອງຍໍໃຫ້ນັກຮຽນເກັ່ງຂັ້ນວິຊາການທີ່ເສັງ ຈົບຂັ້ນ ປ 5 ແລະ ມ4, ມອບໃບຍ້ອງຍໍໃຫ້ນັກຮຽນທີ່ສອບເສັງຄະນິດສາດເປັນພາສາອັງກິດຈໍານວນ 20 ນ້ອງ ແລະມອບທຶນການສຶກສາໄປຮຽນຕໍ່ຕ່າງປະເທດໃຫ້ນັກຮຽນຈໍານວນໜຶ່ງພ້ອມທັງມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານຜູ້ທີ່ມີຜົນ ງານດີເດັນປະກອບສ່ວນຈັດຕັ້ງ ການຮຽນ-ການສອນແກ່ກຸ່ມການສຶກສາແສງສະຫວັນ ຈໍານວນ 9 ທ່ານ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ