ນິສສັນພັດທະນາຫຸ່ນຍົນ Duck ຊ່ວຍກຳຈັດພືດອອກຈາກນາເຂົ້າໃນຍີ່ປຸ່ນ

 ປົກກະຕິຊາວນາສ່ວນໃຫຍ່ຈະລ້ຽງເປັດເພື່ອໄວ້ກຳຈັດພືດໃນນາ ໂດຍເປັດຈະຍ່າງໃນນາ ແລະກວດສອບແມງໄມ້ແລ້ວກິນເຂົ້າໄປບາງຄັ້ງອາດຈະມີບັນຫາໄປຢຽບຕົ້ນເຂົ້າໃຫ້ເກີດຄວາມເສຍຫາຍຫຼ້າສຸດນິສສັນໄດ້ພັດທະນາຫຸ່ນຍົນກຳຈັດພືດທີ່ມີການເຮັດວຽກຄ້າຍຄືກັບເປັດ.

ຫຸ່ນດັ່ງກ່າວຊື່ວ່າ “Duck”ໜ້າຕານັ້ນອາດຈະບໍ່ໄດ້ຄ້າຍຄື ເປັດໃນທຳມະຊາດແຕ່ກໍມີຄວາມພິເສດນອກຈາກລອຍນໍ້າ ແລະເຄື່ອນທີ່ໄປໃນນາແບບເບົາໆເຮັດວຽກຜ່ານແບັດເຕີຣີ ແລະມີລະບົບ GPS ແລະWiFi ໃນຕົວ ແລະເບິ່ງໜ້າຕາກໍໜ້າຮັກເວລາແລ່ນຢູ່ໃນນາເຂົ້າ.

ແຕ່ຍັງເປັນຫຸ່ນຍົນທົດລອງ ເພື່ອພັດທະນາໃຫ້ອອກມາເປັນຈິງໃນອະນາຄົດແຕ່ຊາວຍີ່ປຸ່ນເອງກໍຕື່ນເຕັ້ນທີ່ຫຸ່ນຍົນເລີ່ມມີສ່ວນຮ່ວມກັບຊີວິດຂອງຄົນເຂົ້າໄປທຸກທີ ແລະການພັດທະນາຕໍ່ໄປຫຸ່ນຍົນ Duck ຈະເຮັດຄືນອກຈາກກຳຈັດພືດຍັງຈະດູແລຕົ້ນເຂົ້າຂອງຊາວນາໄດ້ອີກດ້ວຍ.

ນສພ ເສດຖະກິດ-ສັງຄົມ