ວິທີ ຫຼຸດນໍ້າໜັກ ດ້ວຍໂຕເອງໄດ້ຢ່າງໄດ້ຜົນ
    

                        
ການຫຼຸດນໍ້າໜັກໃຫ້ໄດ້ຜົນຕ້ອງມາຈາກຄວາມຕັ້ງໃຈເອົາຈິງເອົາຈັງລ້ວນໆເຖິງວ່າຈະມີສິ່ງຍົວະໃຈຍົວະນໍ້າລາຍຕ່າງໆນາໆເຮົາຕ້ອງຮູ້ຈັກຄວບຄຸມໂຕເອງໃຫ້ໄດ້  ຊຶ່ງມື້ນີ້ພວກເຮົາມີວິທີງ່າຍໆທີ່ຈະຊ່ວຍໃຫ້ເຮົາສາມາດຫຼຸດນໍ້າໜັກຢ່າງໄດ້ຜົນ.
- ຄິດເຖິງແຕ່ອາຫານສຸຂະພາບ: ກ່ອນຈະເລືອກກິນອາຫານຫຍັງຕ້ອງຄິດເຖິງອາຫານຈານສຸຂະພາບໄວ້ກ່ອນ.
 
- ບໍ່ເອົາອາຫານທີ່ມີແຕ່ແປ້ງ ແລະນໍ້າມັນຫຼາຍໝົດລວມທັງເຂົ້າ ໜົມກິນຫຼີ້ນທີ່ມີແຕ່ແປ້ງ ແລະນໍ້າ ຕານຫວານໆ.
 
- ປ່ຽນຂະໜາດຈານ ແລະອາຫານ: ປ່ຽນເປັນຈານຂະໜາດນ້ອຍລົງຈະເຮັດໃຫ້ເຮົາບໍ່ກິນຫຼາຍຈົນເກີນໄປ ແລະເວລາໄປສັ່ງອາຫານກໍຄວນຂໍໃນປະລິມານທີ່ທ່ານກິນພໍດີອີ່ມກໍພໍແລ້ວ.
 
- ວາງແຜນການກິນ: ຄາບຖັດໄປຈະກິນຫຍັງດີ, ຄິດຫຼາຍໆວ່າແມ່ນຫຍັງມີປະໂຫຍດ, ພະລັງງານຕໍ່າ.
 
- ຄຳນ້ອຍໆຫຍໍ້າຊ້າໆ: ເວລາກິນອາຫານໃຫ້ຕັກເຂົ້າປາກຄຳນ້ອຍໆ ແລະຫຍໍ້າໃຫ້ຊ້າລົງເຮັດໃຫ້ເຮົາອີ່ມໄວໃນຂະນະທີ່ກິນໄດ້ ໜ້ອຍລົງໄປນຳອີກຈຶ່ງຫຼຸດນໍ້າໜັກໄດ້ໄວຂຶ້ນ.
 
- ກິນພຽງແຕ່ພໍອີ່ມ: ຖາມໂຕເອງເລື້ອຍໆວ່າອີ່ມ ຫຼື ຍັງ ຊຶ່ງບາງເທື່ອເຮົາອາດຈະອີ່ມແລ້ວ, ແຕ່ຍ້ອນຄວາມເສຍດາຍອາຫານທີ່ຍັງບໍ່ໝົດ ຈຶ່ງເຮັດໃຫ້ກະເພາະອາຫານຂະຫຍາຍໃຫຍ່ອອກ ແລະໄດ້ຮັບອາຫານເກີນຄວາມຈຳເປັນ ຊຶ່ງເຮັດໃຫ້ຕຸ້ຍງ່າຍ ແລະຫຼຸດນໍ້າໜັກຍາກນຳອີກ.
 
-  ນສພ ເສດຖະກິດ-ສັງຄົມ