ແຂວງວຽງຈັນ ຕັ້ງເປົ້າໝົດປີໃຫ້ຈີດີພີບັນລຸ 7 ພັນຕື້ກວ່າກີບ

 ໝົດປີ 2019 ແຂວງວຽງຈັນຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ GDP ຂະຫຍາຍຕົວໃນລະດັບ 8,1% ແລະ ສ້າງມູນຄ່າເພີ່ມໃຫ້ໄດ້ປະ ມານ 7 ພັນຕື້ກວ່າກີບ ແລະສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ 2.000 ໂດລາ ຫຼືປະມານ 16 ລ້ານກວ່າກີບ.

  ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ I ວ່າ: ໝົດປີ 2019 ແຂວງວຽງຈັນຈະສືບຕໍ່ເອົາໃຈໃສ່ປະຕິບັດບັນດາທິດທາງ, ໜ້າທີ່ ແລະຄາດໝາຍຕ່າງໆທີ່ໄດ້ກຳນົດໄວ້ໃນແຜນການປີ 2019 ໃຫ້ບັນລຸຜົນທັງນີ້ເພຶ່ອແນໃສ່ສ້າງເສດ ຖະກິດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງເຮັດໃຫ້ການພັດທະນາມີຄວາມໝັ້ນທ່ຽງ, ຍືນຍົງ ແລະ ຖືກທິດຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບສະເລ່ຍ 8,1% (ແຜນການ 8,2%) ສ້າງມູນຄ່າເພີ່ມໃຫ້ບັນລຸ 7.643 ຕື້ກີບ ສະເລ່ຍຕໍ່ຫົວຄົນຈະໄດ້16,60 ລ້ານກີບ ເທົ່າກັບ 2.0 00 ໂດລາຕໍ່ຄົນຕໍ່ປີ (ແຜນການ 2.016 ໂດລາ), ໃນນັ້ນຂົງເຂດກະສິກຳເພີ່ມຂຶ້ນ 4,3%, ກວມ33,18%, ອຸດສາຫະກຳ-ການຄ້າເພີ່ມຂຶ້ນ 10,5%, ກວມ

33,56% ແລະການບໍລິການເພີ່ມຂຶ້ນ 11,5%, ກວມ 33,26% ຂອງ GDP, ສູ້ຊົນຜະລິດເຂົ້າລວມໝົດປີ 2019 ໃຫ້ໄດ້ເກືອບ 3 ແສນໂຕນ, ເທົ່ າກັບ 101 ກວ່າສ່ວນຮ້ອຍຂອງແຜນການ, ສະເລ່ຍເຂົ້າກິນຜູ້ໜຶ່ງໃຫ້ໄດ້ 644 ກິໂລຕໍ່ຄົນຕໍ່ປີ, ສູ້ຊົນໃຫ້ລວມຍອດການຜະລິດອຸດສາຫະກຳ ແລະຫັດຖະກຳໝົດປີໃຫ້ໄດ້ 2 ພັນຕື້ກວ່າກີບ ເທົ່າກັບ 100% ຂອງແຜນການ, ສູ້ຊົນມູນຄ່າສິນຄ້າສົ່ງອອກຕ່າງປະເທດໝົດປີໃຫ້ບັນລຸ 19 ລ້ານກວ່າໂດລາສະຫາລັດ, ມູນຄ່າສິນຄ້ານຳເຂົ້າທັງ ໝົດ 7 ລ້ານກວ່າ ເທົ່າກັບ 83,8% ຂອງແຜນການ,ສູ້ຊົນເກັບລາຍຮັບເຂົ້າງົບປະມານໝົດປີໃຫ້ໄດ້ 205 ຕື້ກວ່າກີບ ແລະຄາດຄະເນປະຕິບັດລາຍຈ່າຍໝົດປີໃຫ້ຢູ່ໃນລະດັບ 592 ຕື້ກວ່າກີບ, ສູ້ຊົນເຮັດໃຫ້ລວມ ຍອດພະລິດຕະພັນຂອງຄະແໜງ ພະລັງງານ-ບໍ່ແຮ່ ໝົດປີໃຫ້ໄດ້ 902,60 ຕື້ກີບເທົ່າກັບ109,5% ຂອງແຜນ ການປີ, ໃນນັ້ນອຸດສາຫະກໍາຂຸດຄົ້ນແຮ່ທາດປະຕິບັດໃຫ້ໄດ້ 112,70 ຕື້ກີບ ແລະ ອຸດສາຫະກໍາພະລັງງານໃຫ້ໄດ້ 789,90 ຕື້ກີບ, ສືບຕໍ່ຫັນພະນັກງານຫຼັກແຫຼ່ງ, ພະນັກງານວິຊາການລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກຊຶ່ງໃນນີ້ຈະສູ້ຊົນເຮັດໃຫ້ອັດຕາຄວາມທຸກຍາກຍັງເຫຼືອ 7 ບ້ານ 866 ຄອບຄົວ (ຫຼຸດລົງ 2 ບ້ານ 64 ຄອບຄົວ) ໝົດປີ 2019.

  ທ່ານເຈົ້າແຂວງກ່າວຕື່ມອີກວ່າ: ເພື່ອອບັນລຸໄດ້ຕາມເປົ້າໝາຍດັ່ງກ່າວນັ້ນແຂວງວຽງຈັນມີຄວາມຕ້ອງການທຶນພັດທະນາໃນທຸກຂົງເຂດວຽກງານທັງໝົດ 2.64 8 ຕື້ກວ່າກີບ,ໃນ 6 ເດືອນຕົ້ນ ປີ ສາມາດປະຕິບັດໄດ້ແລ້ວ 1.841 ຕື້ກວ່າກີບ ແລະ ຄາດຄະເນວ່າໃນ 6 ເດືອນທ້າຍປີຈະສາມາດປະຕິບັດໄດ້ຕື່ມອີກ 939 ຕື້ກວ່າກີບ, ລວມໝົດປີຈະໄດ້ປະມານ 2.780 ຕື້ກວ່າກີບ ເທົ່າກັບ 104% ຂອງ ແຜນການປີ.

----------------

ຂຽນໂດຍປກສ ແຂວງວຽງຈັນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ