ທສກ ໜ່ວຍບໍລິການຊຽງຮ່ອນລະດົມເງິນຝາກໄດ້ 50,94 ຕື້ກວ່າກີບ

 ໃນໄລຍະ 6 ເດືອນຕົ້ນປີ 2019 ຜ່ານມານີ້, ທະນາຄານສົ່ງເສີມກະສິກໍາ (ທສກ), ໜ່ວຍບໍລິການເມືອງຊຽງຮ່ອນ, ແຂວງໄຊຍະບູລີແມ່ນໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ໄດ້ເຄື່ອນໄຫວວຽກງານໄປຕາມທິດຊີ້ນໍາຂອງພັກ-ລັດວາງອອກໃນແຕ່ລະໄລຍະໂດຍສະ ເພາະແມ່ນການຝາກເງິນ, ຖອນເງິນ, ໂອນເງິນພາຍໃນ ແລະຕ່າງປະເທດເປັນສະກຸນເງິນກີບ, ເງິນບາດ, ເງິນໂດລາ ແລະ ໃຫ້ບໍລິການທາງຕູ້ ATM, ນອກນີ້ຍັງໄດ້ຂາຍປະກັນໄພ ແລະບໍລິການທາງເວດສເທິນຢູນຽນ, ຄຽງຄູ່ກັນນັ້ນຍັງໄດ້ປ່ອຍສິນເຊື່ອໃຫ້ຊາວກະສິກອນ, ນັກທຸລະກິດ, ຊາວຄ້າ-ຂາຍ, ພະນັກງານທົ່ວໄປ, ພະນັກງານບໍານານ-ເສຍອົງຄະ, ທະຫານ, ຕໍາຫຼວດ ແລະຜູ້ອື່ນໆ ທີ່ມີເງື່ອນໄຂ, ເພື່ອໄປສ້າງເສດຖະກິດຄອບຄົວໃຫ້ມີຢູ່ມີກິນ ແລະ ຮັ່ງມີເຂັ້ມແຂງຂຶ້ນເທື່ອລະກ້າວ.

  ທ່ານ ສິນວິໄຊ ເຊື່ອພະໄທ ຫົວໜ້າທະນາຄານສົ່ງເສີມກະສິກໍາ, ໜ່ວຍບໍລິການເມືອງຊຽງຮ່ອນ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2019 ນີ້, ທະນາຄານ ສົ່ງເສີມກະສິກໍາ,ໜ່ວຍບໍລິການເມືອງຊຽງຮ່ອນແມ່ນໄດ້ສຸມໃສ່ລະດົມເງິນຝາກໃຫ້ໄດ້ຕາມແຜນທັງໝົດແມ່ນ 34,14 ຕື້ກວ່າກີບຜ່ານການປະຕິບັດຕົວຈິງສາມາດລະດົມໄດ້ 50,94 ຕື້ກວ່າກີບເທົ່າກັບ 149,20% ໃນນັ້ນເງິນຝາກປະຢັດແຜນການແມ່ນ 18,65 ຕື້ກວ່າກີບປະຕິບັດໄດ້ 32,35 ຕື້ກວ່າກີບ ເທົ່າ ກັບ 17 3,40%, ເງິນຝາກໄລຍະສັ້ນແຜນການແມ່ນ 10,77 ຕື້ກວ່າກີບ, ປະຕິບັດໄດ້ 13,18 ຕື້ກວ່າກີບ ເທົ່າກັບ 192,22%, ເງິນຝາກໄລຍະຍາວແຜນ ການແມ່ນ 4,70 ຕື້ກວ່າກີບ, ປະຕິບັດໄດ້ 5,40 ຕື້ກວ່າກີບ ເທົ່າກັບ 144,86%, ນອກຈາກການລະດົມເງິນຝາກແລ້ວທະນາຄານດັ່ງກ່າວຍັງໄດ້ປ່ອຍສິນເຊື່ອໃຫ້ຊາວກະສິ ກອນ, ນັກທຸລະກິດ, ຊາວຄ້າ-ຂາຍ, ພະນັກງານທົ່ວໄປ, ພະນັກງານບໍານານ-ເສຍອົງຄະ, ທະຫານ, ຕໍາຫຼວດແລະຜູ້ອື່ນໆ ເພື່ອໄປດໍາເນີນທຸລະກິດຕື່ມອີກ, ຕາມແຜນການປ່ອຍສິນເຊື່ອທັງໝົດໃຫ້ໄດ້ 12,41 ຕື້ກວ່າກີບ, ປະຕິບັດຕົວຈິງໄດ້11,66 ຕື້ກວ່າ ກີບ, ເທົ່າກັບ 93,96% ໃນນັ້ນ ແຜນການປ່ອຍກູ້ໄລຍະສັ້ນ 8,13 ຕື້ກວ່າກີບ ປະຕິບັດໄດ້ 317 ລ້ານກີບ ເທົ່າກັບ3,90%, ແຜນ ການປ່ອຍກູ້ໄລຍະກາງ 8,13 ຕື້ ກວ່າກີບ, ປະຕິບັດໄດ້ 11,24 ຕື້ ກວ່າກີບ, ເທົ່າກັບ 262,6 6%, ຮອດປະຈຸບັນໄດ້ປ່ອຍສິນເຊື່ອໃຫ້ລູກຄ້າໄດ້ທັງໝົດ 11 ບ້ານ, ມີ 40 ກົມກອງ, ເປັນລາຍກຸ່ມ 132 ກຸ່ມ, ມີ 562 ຄອບຄົວ ແລະລາຍບຸກຄົນ 29 ຄົນ, ປ່ອ ຍເຂົ້າໃນເປົ້າໝາຍຄື: ເປົ້າໝາຍເກັບຊື້ຜົນຜະລິດກະສິກໍາ, ລ້ຽງໝູ, ລ້ຽງງົວ ແລະເຮັດທຸລະກິດຂະໜາດນ້ອຍ-ກາງ.

---------------

ຂຽນໂດຍອຸ່ນເຮືອນ ໂພທິລັກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ