ສອງໂຮງຮຽນການເມືອງການປົກຄອງ ອັດຕະປື-ຢາລາຍແລກປ່ຽນບົດຮຽນ

  ເພື່ອເປັນການເສີມສ້າງ ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ,ເວົ້າສະເພາະລະຫວ່າງສອງໂຮງຮຽນ ການເມືອງການປົກຄອງຂອງສອງ ແຂວງອັດຕະປື ສປປ ລາວ ແລະ ແຂວງຢາລາຍ ສສ ຫວຽດນາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ. ເມື່ອ ບໍ່ດົນມານີ້ທັງສອງໂຮງຮຽນດັ່ງກ່າວໄດ້ພົບປະແລກປ່ຽນບົດຮຽນນໍາກັນທີ່ຫ້ອງປະຊຸມໂຮງຮຽນການເມືອງການປົກຄອງແຂວງອັດຕະປື,ໂດຍມີທ່ານ ບຸນປອນອ່ອນໄຊວຽງຮອງຫົວໜ້າໂຮງ ຮຽນການເມືອງການປົກຄອງ ແຂວງອັດຕະປື, ທ່ານ ຮວ່າງ ຫວຽນ ຈີເຢືອງ ຮອງຫົວໜ້າໂຮງຮຽນການເມືອງການປົກຄອງ ແຂວງຢາລາຍພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ .

ການພົບປະແລກປ່ຽນບົດຮຽນນໍາກັນຄັ້ງນີ້ທັງສອງໂຮງຮຽນໄດ້ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານການເມືອງການປົກຄອງຂອງຕົນໃຫ້ກັນຮັບຊາບ,ຈາກນັ້ນທັງສອງໂຮງຮຽນກໍ່ໄດ້ທົບທວນຄືນຜົນການຮ່ວມມືກັນໃນໄລຍະຜ່ານມາເປັນຕົ້ນ: ສອງໂຮງຮຽນການເມືອງການປົກຄອງ ແຂວງ ອັດຕະປື ແລະແຂວງຢາລາຍໃນການກໍ່ສ້າງຖັນແຖວພະນັກງານສະມາຊິກພັກ, ດ້ານວິຊາການ, ການພັດທະນາຄູ,ຍົກລະດັບທາງດ້ານທິດສະດີ,ຄວາມຮູ້ຄວາມສາມາດ-ການນຳພາທາງດ້ານການເມືອງໜັກແໜ້ນເຂັ້ມແຂງ, ເຮັດໃຫ້ກາຍ ເປັນມູນເຊື້ອແຫ່ງການຮ່ວມມືທີ່ເປັນພື້ນຖານໃຫ້ແກ່ສອງໂຮງຮຽນເຕັມໄປດ້ວຍໄມຕີຈິດ-ມິດຕະພາບ ໝັ້ນຄົງຖະນົງແກ່ນຕະຫຼອດໄປ.

ຈາກນັ້ນທັງສອງໂຮງຮຽນຍັງ ເຫັນດີນໍາກັນທີ່ສືບຕໍ່ການພົບປະ ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ໂດຍສະເພາະການເພີ່ມທະວີກໍ່ສ້າງພະນັກງານຄູ-ອາຈານ,ການຝຶກອົບຮົມໄລຍະສັ້ນ, ການໄປມາຫາສູ່ພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະກັນເພື່ອພັດທະນາໃຫ້ສອງໂຮງຮຽນການເມືອງ-ການປົກຄອງແຂວງອັດຕະປື ແລະ ແຂວງຢາລາຍມີການພັດທະນາດີຂຶ້ນທາງດ້ານປະລິມານ ແລະຄຸນນະພາບຂອງການຮຽນ-ການສອນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ