ໂຮງຮຽນສິນໄຊ ມອບໃບຍ້ອງຍໍໃຫ້ຄູ ແລະນັກຮຽນ

   ເມື່ອບໍ່ດົນມານີ້ໂຮງຮຽນ ປະຖົມ ແລະມັດທະຍົມສິນໄຊໄດ້ຈັດພິທີສະຫຼຸບຜົນການສອບເສັງ ຈົບຊັ້ນປະຖົມ ປ5 ແລະຊັ້ນມັດທະ ຍົມສຶກສາຕອນຕົ້ນ ມ4 ປະຈໍາ ສົກຮຽນ 2018-2019 ໂດຍການເປັນປະທານຂອງທ່ານ ນາງ ອາລີ ພົນເສນາ ຜູ້ອໍານວຍການໂຮງ ຮຽນປະຖົມ ແລະມັດທະຍົມສິນໄຊ,ມີທ່ານ ພູທອນ ແສງດາວົງ ຮອງ ຫົວໜ້າພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນ, ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະກີລາ ເມືອງຈັນທະບູລີ, ພ້ອມດ້ວຍຄູ-ອາຈານ,ຜູ້ປົກຄອງ ແລະນັກຮຽນ  ເຂົ້າຮ່ວມ.

ທ່ານ  ນາງ  ອາລີ  ພົນເສນາ ໃຫ້ຮູ້ວ່າ: ນັກຮຽນທີ່ເຂົ້າຮ່ວມສອບ ເສັງຊັ້ນ ປ5 ມີທັງໝົດ 144 ຄົນ, ຍິງ 81 ຄົນ ຊຶ່ງຜົນການສອບເສັງ ມີນັກຮຽນທີ່ເສັງໄດ້ຄະແນນ 9 ຂຶ້ນໄປທຸກວິຊາມີ 31 ຄົນ ແລະນັກຮຽນເກັ່ງຮອບດ້ານສອບເສັງໄດ້ ທຸກວິຊາບໍ່ຫຼຸດ 7 ມີ 119 ຄົນ, ຊຶ່ງເທົ່າກັບ 82,64% ແລະຖ້າທຽບ ໃສ່ປີຜ່ານມາເພີ່ມຂຶ້ນ 2,15%, ໃນຂະນະດຽວກັນນັກຮຽນສອບເສັງໄດ້ສົມບູນ ໂດຍຄະແນນແຕ່ລະວິ ຊາບໍ່ຫຼຸດ 5 ມີ 144 ຄົນ ເທົ່າກັບ 100%   ສໍາລັບນັກຮຽນທີ່ເຂົ້າຮ່ວມ ສອບເສັງຈົບຊັ້ນ ມ4 ມີທັງໝົດ 127 ຄົນ, ຍິງ 68 ຄົນ. ໃນນັ້ນ ທ້າວ  ນະຣິນສັກ  ສິງຫາຣາຊ ສອບເສັງໄດ້ອັນດັບ 1 ຂອງເມືອງ ແລະ ໄດ້ຮັບໃບປະກາສະນີຍະບັດແດງ,ຊຶ່ງຜູ້ກ່ຽວເປັນນັກຮຽນເກັ່ງລະດັບ ຊາດໄດ້ອັນດັບທີ  2 ວິຊາເຄມີສາດ ຊັ້ນ ມ4. ສ່ວນນັກຮຽນເກັ່ງຮອບ ດ້ານຄະແນນສອບເສັງ ແລະສະ ເລ່ຍໝົດປີໄດ້ຄະແນນ 7 ຂຶ້ນໄປ ມີ 67 ຄົນ ເທົ່າກັບ 52,76% ແລະທຽບໃສ່ປີຜ່ານມາເພີ່ມຂຶ້ນ 7,81%. ນອກຈາກນັ້ນ ນັກຮຽນມີຄະແນນສອບເສັງ ແລະຄະແນນ ສະເລ່ຍຂອງແຕ່ລະວິຊາບໍ່ຫຼຸດ  5  ມີ127 ຄົນ ເທົ່າກັບ 100%. ຈາກຜົນສໍາເລັດດັ່ງກ່າວ,ເຮັດໃຫ້ໂຮງ  ຮຽນປະຖົມ ແລະມັດທະຍົມສິນໄຊໄດ້ຮັບການຍ້ອງຍໍຂັ້ນພະແນກສຶກສາທິການ ແລະກີລາ ແລະຂັ້ນ ເມືອງ, ຊຶ່ງປະກອບມີຜົນງານດີເດັ່ນ,ນັກຮຽນຊັ້ນ ປ5 ສອບເສັງ ໄດ້ອັນດັບ 1-5, ນັກຮຽນ ມ4 ສອບເສັງໄດ້ອັນດັບ 1.

ນອກນັ້ນຍັງໄດ້ມອບໃບຍ້ອງຍໍຄູສອນດີເດັ່ນໃຫ້ບັນດາຄູ-ອາຈານ, ພ້ອມມອບໃບຍ້ອງຍໍ ແລະຂອງຂັວນໃຫ້ນັກຮຽນເກັ່ງ ແລະຜູ້ ປົກຄອງນັກຮຽນ.ພ້ອມດຽວກັນຍັງໄດ້ມອບໃບປະກາສະນີຍະບັດຈົບຊັ້ນໃຫ້ນ້ອງນັກຮຽນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ