ວິທະຍາໄລຄູສາລະວັນ ປາຖະກະຖາວັນສ້າງຕັ້ງ ສຍລ

  ວັນທີ 1 ສິງຫາ 2019 ທີ່ສະໂມສອນວິທະຍາໄລຄູສາລະວັນ ສະຫະພັນແມ່ຍິງກຸ່ມວັດທະນະ ທໍາສັງຄົມໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ (ສຍລ) ຄົບຮອບ 64 ປີ ໂດຍ ການເປັນປະທານຂອງທ່ານ ນາງ ບຸນທະວີ ດວງລາສີ ປະທານສະຫະພັນແມ່ຍິງແຂວງສາລະວັນ,ມີບັນດາຕາງໜ້າຈາກສະຫະພັນ ແມ່ຍິງວິທະຍາໄລຄູສາລະວັນ,ສະຫະພັນແມ່ຍິງພະແນກສຶກສາທິ ການ ແລະກີລາແຂວງ,ສະຫະພັນ ແມ່ຍິງໂຮງຮຽນວິຊາຊີບຂົວເສັດ, ສະຫະພັນແມ່ຍິງໂຮງຮຽນສາມັນ ກິນນອນຊົນເຜົ່າ ແລະສະຫະພັນ ແມ່ຍິງສູນການສຶກສານອກໂຮງ ຮຽນເຂົ້າຮ່ວມ.

ທ່ານ ນາງ ຄຳສະຫວັນ ຈັນ ສີຍະວົງ ປະທານສະຫະພັນແມ່ຍິງ ວິທະຍາໄລຄູສາລະວັນ ໄດ້ຜ່ານຮ່າງບົດສະຫຼຸບການປະຕິບັດວຽກງານການຊີ້ນຳ-ນຳພາ ປີ2019 ແລະທິດທາງແຜນການປະຈໍາປີ 2020 ຂອງສະຫະພັນແມ່ຍິງກຸ່ມວັດທະນະທໍາສັງຄົມ (ຂົງເຂດສຶກສາ) ຊຶ່ງໄດ້ຍົກໃຫ້ເຫັນຫຼາຍບັນຫາເປັນຕົ້ນ: ວຽກງານສຶກສາອົບ ຮົມການເມືອງ-ແນວຄິດ, ວຽກ ງານການປັບປຸງ  ແລະຂະຫຍາຍ ການຈັດຕັ້ງສະຫະພັນແມ່ຍິງ, ວຽກ ງານກໍ່ສ້າງພະນັກງານເພດຍິງສະມາຊິກສະຫະພັນແມ່ຍິງ, ວຽກ ງານນະໂຍບາຍ-ຍ້ອງຍໍ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງ ສະຫະພັນແມ່ຍິງລາວ,ປຸກລະດົມແມ່ຍິງເຂົ້າຮ່ວມປະກອບສ່ວນສັງຄົມ ແລະພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດ ຊາດ.

ໂອກາດນີ້ທ່ານ ນາງ ບຸນທະວີ ດວງລາສີ ຍັງໄດ້ຍົກໃຫ້ເຫັນ ບົດບາດຄວາມສຳຄັນຂອງແມ່ຍິງ ຕໍ່ກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະການບຸກໜ້າບືນຕົວໃຫ້ກາຍ ເປັນແມ່ຍິງ 3 ດີຄື: ພົນລະເມືອງ ດີ, ພັດທະນາດີ, ສ້າງຄອບຄົວດີ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ