ຊຳຊຸງຂໍຄ່າຊົດເຊີຍຈາກແອັບເປິ້ນກໍລະນີ ສັ່ງໜ້າຈໍ OLED ຕໍ່າກວ່າທີ່ລົມກັນໄວ້

Samsung Display ເປັນບໍລິສັດຜະລິດໜ້າຈໍ OLED ທີ່ໃຫຍ່ທີ່ສຸດໃນໂລກມີສ່ວນແບ່ງຜູ້ຜະລິດໜ້າຈໍ  OLED ເຖິງ  40% ເມື່ອ Apple ເປີດໂຕ iPhone X ເປັນຄັ້ງທຳອິດ ຈຶ່ງຫຼີກບໍ່ໄດ້ທີ່ຈະ ຕ້ອງໃຊ້ໜ້າຈໍຂອງSamsung.

ທີ່ຜ່ານມາມີລາຍງານວ່າຍອດ ຂາຍ iPhone ນັ້ນຫຼຸດລົງເລື້ອຍໆ ໂດຍສະເພາະ iPhone ລຸ້ນໃໝ່ຄື iPhone XS, iPhone XS Max ແລະiPhone XR ບໍ່ສາມາດສ້າງ ຍອດຂາຍໄດ້ຕາມທີ່ບໍລິສັດຕັ້ງເປົ້າ ໄວ້ ແຕ່ທີ່ສຳຄັນຄື iPhone XS ແລະiPhone XS Max ຊຶ່ງໃຊ້ ໜ້າຈໍ OLEDຈາກSamsung ດ້ວຍຍອດຂາຍທີ່ນ້ອຍລົງເຮັດໃຫ້ຍອດສັ່ງຊື້ໜ້າຈໍ OLED ນ້ອຍລົງ ຕາມໄປດ້ວຍ.

ETNews ລາຍງານວ່າທັງ ສອງບໍລິສັດຕົກລົງຊື້ຂາຍໜ້າຈໍ OLED ເປັນຈຳນວນຫຼາຍເພື່ອ ໃຫ້ຕົ້ນທຶນນັ້ນຖືກລົງແຕ່ເມື່ອຍອດ ຂາຍ iPhone ຫຼຸດລົງເຮັດໃຫ້ Apple ບໍ່ສັ່ງຊື້ໜ້າຈໍຕາມເປົ້າຂັ້ນ ຕໍ່າທີ່ລົມກັບ Samsung ໄວ້ຕອນທຳອິດ Samsung ຕ້ອງຮຽກ ຮ້ອງຄ່າເສຍຫາຍຈາກ Apple ແທນ.

ດ້ວຍບັນຫາດັ່ງກ່າວແທນທີ່ຈະ ຊົດເຊີຍຄ່າເສຍຫາຍ Apple ຈຶ່ງ ຫາທາງອອກດ້ວຍການສັ່ງໜ້າຈໍ OLED  ຕາມປົກກະຕິແຕ່ຈະນຳມາໃຊ້ກັບສິນຄ້າອື່ນໆແທນເຊັ່ນiPad ແລະMacBookເປັນຕົ້ນ.

   ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ