ປະໂຫຍດຂອງ ນໍ້າມັນຖົ່ວເຫຼືອງ ກັບສັບຜະຄຸນທີ່ບໍ່ຄວນພາດ

   ນໍ້າມັນຖົ່ວເຫຼືອຄືນໍ້າມັນພືດທີ່ຜ່ານການສະກັດຈາກຖົ່ວເຫຼືອງເພື່ອໃຫ້ໄດ້ນໍ້າມັນບໍລິສຸດອອກມາດ້ວຍຄຸນສົມບັດຂອງນໍ້າມັນຖົ່ວເຫຼືອງທີ່ເປັນກົດໄຂ ມັນຊະນິດບໍ່ອິ່ມໂຕສູງຊ່ວຍສົ່ງເສີມສຸຂະພາບຮ່າງກາຍອີກຫຼວງຫຼາຍທີ່ໃຜຫຼາຍຄົນຄົງບໍ່ເຄີຍຮູ້ມາກ່ອນ.ນອກນັ້ນນໍ້າມັນຖົ່ວເຫຼືອງເປັນປະເພດນໍ້າມັນທີ່ໃຫ້ປະໂຫດດ້ານໂພຊະນາການຢ່າງກວ້າງຂວາງທັງຍັງ ໂດດເດັ່ນທີ່ສຸດໃນບັນດາພືດຕະກຸນຖົ່ວຊະນິດອື່ນໆ ແມ່ນໍ້າມັນຖົ່ວເຫຼືອງຈະມີຊັບພະຄຸນຊ່ວຍກະຕຸ້ນລະບົບການທຳງານຂອງຮ່າງກາຍຕ່າງໆໄດ້ເປັນຢ່າງດີແຕ່ສ່ວນປະກອບຫຼັກຂອງອາຫານ 5 ໝູ່  ກໍ່ຈະເປັນປັດ ໃຈຮ່ວມທີ່ສຳຄັນຕໍ່ການພັດທະນາຄວາມແຂງແຮງ ໃຫ້ແກ່ຜູ້ບໍລິໂພກໃນທຸກໆດ້ານໄດ້ຢ່າງຄົບຖ້ວນ.

  1. ກະຕຸ້ນຄວາມຈຳ: ນໍ້າມັນຖົ່ວເຫຼືອງມີວິຕາມິນເຄທີ່ສາມາດຊ່ວຍປັບປຸງ ຫຼື ບັນເທົາອາການໂລກອັນ ໄຊເມີ້ໃຫ້ດີຂຶ້ນໄດ້.
  2. ຊ່ວຍບຳລຸງລະບົບຄວາມຈຳຕໍ່ເຊວປະສາດ ແລະສະໝອງໃຫ້ທຳງານໄດ້ດີ.
  3. ເສີມສ້າງກະດູກ ສືບເນື່ອງຈາກປະໂຫຍດຂອງ ວິຕາມິນເຄ, ຊ່ວຍກະຕຸ້ນການຈະເລີນເຕີບໂຕ ແລະ ແຄວຊ້ຽມໃນກະດູກໃຫ້ຫຼາຍຂຶ້ນ.
  4. ຊ່ວຍບໍ່ໃຫ້ຮ່າງກາຍຂັບແຄວຊ້ຽມອອກທາງ ຍ່ຽວ ແລະເພີ້ມຄວາມສາມາດໃນການຈັບແຄວຊ້ຽມເຂົ້າໄປໃສ່ໄວ້ໃນເນື້ອກະດູກໄດ້.
  5. ບໍາລຸງສາຍຕານໍ້າມັນຖົ່ວເຫຼືອງມີໂຄງສ້າງ ຂອງກົດໄຂມັນໂອເມກາ 3 ມີສ່ວນຊ່ວຍຫຼຸດຜົນກະທົບທີ່ກໍ່ໃຫ້ເກີດໂລກຈໍປະສາດຕາເສື່ອມແລະໂລກ ຕໍ້ກະຈົກ.

6. ສານຕ້ານອະນຸມູນອິດສະຫຼະຈາກວິຕາມິນອີຊ່ວຍປົກປ້ອງເຍື່ອຫຸ້ມເຊວຜິວໜັງບໍ່ໃຫ້ບອບບາງ ຫຼາຍ

   ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ