ເງິນຢວນທຽບໂດລາອ່ອນຄ່າສຸດ ໃນຮອບ 9 ປີ

     ເງິນຢວນຂອງ ສປ ຈີນ ທຽບກັບເງິນໂດລາສະຫະລັດຊື້ ຂາຍໃນວັນທີ 5 ສິງຫາ ອ່ອນ ຄ່າສຸດນັບຕັ້ງແຕ່ເດືອນສິງຫາປີ 2010.

ຕາມຂ່າວຕ່າງປະເທດລາຍງານວ່າເງິນຢວນໃນຕ່າງປະເທດອ່ອນຄ່າລົງຈຸລະດັບ 7.1085 ຢວນຕໍ່ 1 ໂດລາ ໃນວັນທີ 5 ສິງຫານີ້ ຫຼັງຈາກທີ່ທ່ານ ໂດນັລ ທຣຳປະທານາທິບໍດີຂອງອາເມລິກາປະກາດຈະເກັບພາສີ 10% ກັບ ສິນຄ້າຈີນມູນຄ່າ 3 ຮ້ອຍຕື້ໂດລາ ຕັ້ງແຕ່ວັນທີ 1 ກັນຍາ ເປັນຕົ້ນ ໄປຂະນະທີ່ເງິນຢວນຕະຫຼາດພາຍໃນປະເທດອ່ອນຄ່າລົງຈຸລະດັບ 7,0307 ຢວນຕໍ່ໂດລາ ນັກລົງທຶນມອງວ່າ ລະດັບ 7 ຢວນຕໍ່ໂດ ລາ ເປັນແນວຕ້ານສຳຄັນປະຈຸບັນ ເງິນຢວນບໍ່ໄດ້ຂຶ້ນລົງຢ່າງເສລີທະນາຄານກາງຈີນຈຳກັດການຂຶ້ນລົງບໍ່ເກີນ 2% ຈາກອັດຕາກາງທີ່ກຳນົດແຕ່ລະວັນເພື່ອສະທ້ອນທ່າອຽງຕະຫຼາດ ແລະຄວບຄຸມການປັ່ນປ່ວນ ໂດຍວັນທີ 5 ສິງ ຫານີ້ ທະນາຄານກາງຈີນກຳນົດອັດຕາກາງໄວ້ທີ່ 6,9225 ຢວນ ຕໍ່ໂດລາ ອ່ອນຄ່າລົງ 0,33% ທຽບຈາກວັນທີ 2 ສິງຫາທີ່ຜ່ານມາ.

ທະນາຄານກາງຈີນອອກຖະແຫຼງການວ່າຈະປາບປາມການເກງກຳໄລຄ່າເງິນໄລຍະສັ້ນຢ່າງ ເອົາຈິງເອົາຈັງ,ຈະຮັກສາສະຖຽນລະພາບການເຮັດໜ້າທີ່ຂອງຕະຫຼາດເງິນຕາແລະຮັກສາຄວາມຄາດຫວັງຂອງຕະຫຼາດຕໍ່ໄປ ພ້ອມ ທັງຮັບຮອງວ່າ ທະນາຄານກາງ ມີປະສົບການ, ມີຄວາມໝັ້ນໃຈ ແລະມີຄວາມສາມາດທີ່ຈະເຮັດໃຫ້ອັດຕາແລກປ່ຽນເງິນຢວນມີສະຖຽນລະພາບໃນລະດັບທີ່ສົມເຫດ ສົມຜົນ ແລະມີຄວາມສົມດຸນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ