ເຢຍລະມັນ ຢຶດຢາເສບຕິດໄດ້ 4,5 ໂຕນ

   ໜ່ວຍພາສີອາກອນເຢຍລະມັນຈັບຢຶດຢາເສບຕິດປະເພດໂຄເຄນທີ່ຂົນສົ່ງທາງເຮືອຈາກອາເມລິກາໃຕ້ ລວມນໍ້າໝັກ 4,5 ໂຕນມູນຄ່າເກືອບ 1 ຕື້ເອີໂຣ ນັບເປັນການຈັບກຸມໂຄເຄນຄັ້ງໃຫຍ່ສຸດໃນຄັ້ງດຽວເທົ່າທີ່ເຄີຍມີມາຂອງປະເທດ.

ຕາມຂ່າວຕ່າງປະເທດລາຍ ງານວ່າຖະແຫຼງການຂອງສຳນັກ ງານດ້ານພາສີອາກອນແຫ່ງຊາດເຢຍລະມັນລະບຸວ່າໂຄເຄນທີ່ຈັບຢຶດໄດ້ພົບລະຫວ່າງການກວດຄົ້ນ ເມື່ອ 2 ອາທິດທີ່ຜ່ານມາ ໃນຕູ້ ຄອນແທນເນີເຮືອບັນທຸກສິນຄ້າ ທີ່ທ່າເຮືອເມືອງຮໍາບວກທາງພາກເໜືອຂອງເຢຍລະມັນ ໂດຍເຮືອລໍາດັ່ງກ່າວມາຈາກນະຄອນມອບເຕວິເດໂອປະເທດອຸຣຸກໄກວ ທາງ ຕາເວັນອອກສຽງໃຕ້ຂອງທະວີບອາຟຣິກາໃຕ້ ແລະຈະເດີນທາງຕໍ່ ໄປຍັງເມືອງອັນເວິບປະເທດແບນຊິກຊຶ່ງໃນໃບກຳນົດສິນຄ້າລະບຸວ່າ ຕູ້ຄອນແທນເນີບັນທຸກສິນຄ້າ ປະເພດໝາກຖົ່ວເຫຼືອງແຕ່ການກວດຄົ້ນຂອງເຈົ້າໜ້າທີ່ພົບຖົງເປ້ກີລາ 211 ຖົງ ບັນຈຸໂຄເຄນອັດເປັນແທ່ງຫຼາຍກວ່າ 4.200 ແທ່ງລວມນໍ້າໜັກປະມານ 4,5 ໂຕນ.

ຖະແຫຼງການລະບຸວ່າໂຄເຄນທີ່ຢຶດມາໄດ້ໃນຄັ້ງນີ້ມີປະລິມານຫຼາຍທີ່ສຸດເທົ່າທີ່ເຄີຍຈັບກຸມໄດ້ໃນຄັ້ງດຽວໃນເຢຍລະມັນ ແລະເຈົ້າໜ້າທີ່ໄດ້ທຳລາຍໂຄເຄນຊຸດນີ້ທັງໝົດແລ້ວໃນສະຖານທີ່ລັບແຫ່ງ ໜຶ່ງ.

ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ