ສົກນີ້ໂຮງຮຽນແສງສະໄໝເພີ່ມພາສາອັງກິດ ແລະຈີນ ເຂົ້າຫຼັກສູດການຮຽນ

   ໂຮງຮຽນອະນຸບານ,ປະຖົມແລະມັດທະຍົມຕອນຕົ້ນແສງສະ ໄໝເປັນລະບົບການຈັດຕັ້ງແຜນຄຸ້ມຄອງດ້ວຍແທດເໝາະກັບລະດັບຄວາມສາມາດຄູທຸກໆຊັ້ນຮຽນ ໂດຍນຳໃຊ້ການສອນປະຕິບາດ 5 ຫຼັກສູດຂອງກະຊວງສຶກສາທິການ ແລະກີລາໄດ້ວາງອອກສຳລັບສົກ ຮຽນ 2019-2020 ນີ້ແມ່ນໄດ້ມີ          ຫຼັກສູດພາສາອັງກິດ,ພາສາຈີນເຂົ້າການຮຽນ-ການສອນໃຫ້ຊັ້ນອະນຸບານ ແລະຊັ້ນມັດທະຍົມພ້ອມ ທັງຮັບນັກຮຽນເພີ່ມຂຶ້ນ 30%.

ທ່ານ ນາງ ວຽງໄຊ ພິມມະ ແສງອຳນວຍການໂຮງຮຽນແສງສະໄໝໃຫ້ສຳພາດວ່າ: ໂຮງຮຽນອະນຸບານ,ປະຖົມ ແລະມັດທະ ຍົມຕອນຕົ້ນແສງສະໄໝທັງໝົດມີ 3 ຕຶກ ຊຶ່ງອອກແບບອາຄານ 3 ຊັ້ນ ແລະມີ 22 ຫ້ອງຮຽນ ໂດຍ ມີຊັ້ນອະນຸບານ, ຊັ້ນປະຖົມ ແລະຊັ້ນມັດທະຍົມຕອນຕົ້ນ ໂດຍປະຕິບັດຫຼັກສູດການຮຽນ-ການສອນຂອງກະຊວງສຶກສາທິການ ແລະ ກີລາໄດ້ວາງອອກໃນສົກຮຽນ 2018-2019 ຜ່ານມາມີນັກຮຽນທັງໝົດ 590 ຄົນ, ພະນັກງານຄູ-ອາຈານ 45 ຄົນນອກນັ້ນໄດ້ສ້າງ ວຽກງານພົ້ນເດັ່ນກໍຄືມີນັກຮຽນເກັ່ງລະດັບຂັ້ນເມືອງສອບເສັງໄດ້ ອັນດັບ 4 ແລະການສອບເສັງຈົບ ຊັ້ນ ປ5 ໄດ້ອັນດັບ1ແລະອັນດັບ 3 ຂອງເມືອງ ແລະກິດຈະກຳ ຊ່ວຍເຫຼືອສັງຄົມອື່ນໆສຳລັບສົກຮຽນ 2019-2020 ແມ່ນໄດ້ເນັ້ນ ຄຸນນະພາບການຮຽນ-ການສອນ ແລະໄດ້ປັບປຸງໃໝ່ເພີ່ມຂຶ້ນຫຼາຍດ້ານເຊັ່ນ:ໄດ້ເພີ່ມຫຼັກສູດພາສາອັງກິດ, ພາສາຈີນເຂົ້າຮຽນພາກຄໍ່າ ແລະ ມີດົນຕີພື້ນເມືອງລາວປະເພດສຽງ ແຄນ, ເປົ່າຄຸ່ຍເປັນຫຼັກສູດເສີມ ໂດຍບໍ່ເສຍຄ່າຮຽນພ້ອມນັ້ນໄດ້ປັບ ປຸງອາຄານໃໝ່ໂດຍຕິດຕັ້ງແອໃຫ້ຊັ້ນອະນຸບານສ່ວນຄ່າຮຽນແມ່ນຈະຢູ່ເກນມາດຕະຖານກໍຄືເລີ່ມຕົ້ນ 2,5 ແສນກີບຕໍ່ເດືອນ ສຳລັບການຮັບສະໝັກນັກຮຽນຄາດວ່າສົກປີ ນີ້ຈະເພີ່ມຂຶ້ນ 30%.ນອກນັ້ນໂຮງຮຽນແສງສະໄໝເຮົາຍັງໄດ້ນະໂຍບາຍໃຫ້ແກ່ນັກ ຮຽນເປັນຕົ້ນຄົນໃດຮຽນເກັ່ງໄດ້ ອັນດັບ 1 ທຸກໆເດືອນແມ່ນຈະບໍ່ໄດ້ ເສຍຄ່າຮຽນໜຶ່ງປີເຕັມ ຫຼື ນັກຮຽນເກັ່ງສອບເສັງໄດ້ລະດັບຂັ້ນເມືອງແມ່ນບໍໄດ້ເສຍຄ່າຮຽນ 3 ເດືອນ, ຂັ້ນນະຄອນຫຼວງແມ່ນ 6 ເດືອນນອກນັ້ນຍັງມອບໃບຍ້ອງຍໍແຈກຂອງຂັວນລາງວັນ ແລະກິດຈະກຳທັດສະນະອື່ນໆສ່ວພະນັກງານຄູ-ອາຈານແມ່ນໄດ້ປະເມີນ ຖ້າຄູຄົນໃດໄດ້ປະເພດໜຶ່ງຈະໄດ້ ເພີ່ມເງິນເດືອນ 5 ແສນກີບ.

ພາບ  ແລະຂາ່ວຈາກ: ໜັງສືິພິມເສດຖະກິດ-ສັງຄົມ