ສຶກສາ ເມືອງສີໂຄດຕະບອງ ສະຫຼຸບສົກຮຽນ

   ໃນລະຫວ່າງວັນທີ 1-2 ສິງຫາ 2019 ທີ່ນະຄອນຫຼວງ ວຽງຈັນ ຫ້ອງການສຶກສາທິການ ແລະກີລາ ເມືອງສີໂຄດຕະບອງສະຫຼຸບຜົນງານການຈັດຕັ້ງປະຕິ ບັດວຽກງານການສຶກສາປະຈຳສົກຮຽນ 2018-2019 ແລະ ແຜນພັດທະນາການສຶກສາປະຈຳສົກຮຽນ 2019-2020 ພາຍໃຕ້ການເປັນປະທານຂອງທ່ານບຸນມີໄຊຍະວົງຮອງເຈົ້າເມືອງ ສີໂຄດຕະບອງ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.

ທ່ານ ເກດສະໜາ ທອງມະນີ ວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາ ເມືອງສີໂຄດ ຕະບອງ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງສີໂຄດມີໂຮງຮຽນທັງໝົດ 143  ແຫ່ງ ໃນນັ້ນມີໂຮງຮຽນພາກ ເອກະຊົນ 91 ແຫ່ງ ມີນັກຮຽນທັງ ໝົດ 27.534 ຄົນ, ຍິງ 13.452 ຄົນ, ມີຄູ-ອາຈານທັງໝົດ 1.497 ຄົນ, ຍິງ 1.180 ຄົນ, ເປັນຄູລັດ 582 ຄົນ, ຍິງ 408 ຄົນ, ໂຮງ ຮຽນລ້ຽງເດັກ-ອະນຸບານທັງໝົດ 45 ແຫ່ງ, ມີນັກຮຽນທັງພາກລັດ ແລະເອກະຊົນ 5.078 ຄົນ, ຍິງ 2.518 ຄົນ, ມີໂຮງຮຽນປະຖົມ 69  ແຫ່ງ ໃນນັ້ນໂຮງຮຽນເອກະ ຊົນ 31 ແຫ່ງ, ມີນັກຮຽນທັງໝົດ 11.019 ຄົນ, ຍິງ 5.239 ຄົນ, ໂຮງຮຽນມັດທະຍົມຕອນຕົ້ນທັງ ພາກລັດ  ແລະເອກະຊົນທັງໝົດ  20 ແຫ່ງ, ມີນັກຮຽນທັງໝົດ 7.089 ຄົນ, ຍິງ 3.433 ຄົນ, ມີໂຮງຮຽນ ມັດທະຍົມຕອນປາຍທັງພາກລັດ ແລະເອກະຊົນ 2 ແຫ່ງ ແລະມສ 7 ແຫ່ງ ພາກເອກະຊົນ 5 ແຫ່ງ ລວມນັກຮຽນທັງໝົດ 3.802  ຄົນ, ຍິງ 1.883 ຄົນ.

ທ່ານ ເກດສະໜາ ທອງມະນີ ວົງ ກ່າວຕື່ມວ່າ: ປະຈຸບັນສະ ພາບການສຶກສາຂອງເມືອງສີໂຄດຕະບອງ ໄດ້ມີບາດກ້າວຂະຫຍາຍຕົວຂຶ້ນ,ເດັກອາຍຸໃນເກນຮຽນໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະ ພາບຫຼາຍຂຶ້ນ ໂດຍສະເພາະແມ່ນການສຶກສາກ່ອນໄວຮຽນມີການຂະຫຍາຍຕົວຢ່າງຕໍ່ເນື່ອງສະແດງອອກໃນການເພີ່ມຂຶ້ນຂອງໂຮງ ຮຽນອະນຸບານ,ຈຳນວນຫ້ອງ ຮຽນ ແລະນັກຮຽນກໍເພີ່ມຂຶ້ນສ່ວນການສຶກສາຊັ້ນປະຖົມກໍມີການຂະຫຍາຍຕົວຢ່າງຕໍ່ເນື່ອງທຸກໆໂຮງຮຽນໄດ້ປະຕິບັດການຮຽນ-ການ ສອນພາສາອັງກິດນັບແຕ່ຊັ້ນ ປ 3 ເປັນຕົ້ນໄປ.ສໍາລັບຊັ້ນມັດທະຍົມ ເຫັນວ່າຄຸນນະພາບການຮຽນ-ການສອນດີຂຶ້ນເທື່ອລະກ້າວ ໂດຍ ສະເພາະການສອບເສັງນັກຮຽນເກັ່ງທົ່ວນະຄອນຫຼວງ ເມືອງສີໂຄດຕະບອງ ກໍສາມາດຍາດໄດ້ຫຼາຍ ອັນດັບ.

 ພາບ  ແລະຂາ່ວຈາກ: ໜັງສືິພິມເສດຖະກິດ-ສັງຄົມ