ກ້ອງວົງຈອນປິດ ເຄື່ອງມືໃໝ່ຊ່ວຍສ່ອງພຶດຕິກຳຄົນທົ່ວໂລກ

Jay Stanley ມີດີກຣີເປັນ ນັກວິເຄາະນະໂຍບາຍອາວຸໂສສະຫະພາບເສລີພາບພົນລະເມືອງອາ ເມລິກາ ຫຼື ACLU ສິ່ງທີ່Stanley ເຮັດຄືການວິໄຈຂຽນ  ແລະອອກມາ ປະກາດເລື່ອງຄວາມເປັນສ່ວນຕົວ ແລະເສລີພາບທີ່ກ່ຽວຂ້ອງກັບເຕັກໂນໂລຊີຂອງປະຊາຊົນໃນອະນາຄົດງານຫຼ້າສຸດທີ່ເຂົາຂຽນໃນບ ລ໊ອກ  Free Future  ຂອງ ACLU ລະບຸເຖິງເທຣນດຄວາມນິຍົມໃຊ້ຫຸ່ນຍົນລະວັງໄພ ຫຼື Robot Surveillance ໃນເມືອງໃຫຍ່ອາດຈະຄຸກຄາມເສລີພາບຂອງພວກເຮົາທຸກ ຄົນແບບບໍ່ຄາດຄິດ.

ຄຳເຕືອນຂອງ Jay Stanley ໃນນາມ ACLU ເກີດຂຶ້ນໃນວັນທີ່ກ້ອງວົງຈອນປິດຖືກນຳມາໃຊ້ ຮ່ວມກັບລະບົບ AI ແບບໃໝ່ຫຼັງຈາກທີ່ກ້ອງວົງຈອນປິດຖືກໃຊ້ງານທົ່ວໄປໃນອາເມລິກາ ແລະຫຼາຍປະເທດທົ່ວໂລກມາດົນຫຼາຍປີການ ປ່ຽນຜ່ານເປັນລະບົບ  robot sur veillance ທີ່ມີຄວາມສະຫຼຽວສະຫຼາດຂຶ້ນນີ້ເອງທີ່ອາດເປັນອັນຕະລາຍຕໍ່ເສລີພາບຂອງພົນລະເມືອງ ແລະຈະສ້າງວິຖີໃໝ່ ຫຼື reshape ວິທີທີ່ຜູ້ຄົນຈະປະຕິບັດຕົນໃນທີ່ສາທາລະນະດ້ວຍ.

Stanley ຂຽນເຕືອນໃນລາຍ ງານສະບັບໃໝ່ວ່າກ້ອງວົງຈອນປິດ ທີ່ລວບລວມ ແລະຈັດເກັບວິດີໂອ (ໃນບາງກໍລະນີ) ກຳລັງຈະປ່ຽນ ເປັນ robot surveillance ທີ່ ຄອຍເຝົ້າເບິ່ງຜູ້ຄົນຢ່າງຂະຫຍັນ ຂັນແຂງ ແລະຕໍ່ເນື່ອງກາຍເປັນເຄືອຂ່າຍເຄື່ອງກົນຈັກເຝົ້າລະວັງທີ່ຍິ່ງໃຫຍ່ ແລະກຳລັງເຕີບໂຕຂຶ້ນ ຮອບຕົວເຮົາແມ້ຂະນະນີ້ເຄື່ອງ ສ່ວນໃຫຍ່ຍັງບໍ່ສະຫຼາດປານໃດ ແລະເຮັດວຽກໄດ້ຊ້າແຕ່ທຸກຢ່າງ ຈະມີຄວາມໝາຍທັນທີຫາກມີການ ປັບປຸງລະບົບໃຫ້ດີຂຶ້ນແບບກ້າວ ກະໂດດ Stanley ຢໍ້າວ່າຜົນລັບຂອງການປູພົມໃຊ້ງານລະບົບ obot surveillance ໂດຍບໍ່ມີ ການຄວບຄຸມດູແລຂອບເຂດການ ເຮັດວຽກອາດຈະເຮັດໃຫ້ໂລກມີສັງຄົມໃໝ່ຊຶ່ງທຸກຄົນໃນສັງຄົມສາ ມາດຖືກຕັດສີນ ຫຼື ປະເມີນການ ເຄື່ອນໄຫວແລະພຶດຕິກຳສາທາລະ ນະຂອງທຸກຄົນໄດ້ຢ່າງຕໍ່ເນື່ອງ  ແລະຄວບຄຸມທຸກພື້ນທີ່ແນ່ນອນວ່າ ບໍ່ຕ້ອງໃຊ້ເຈົ້າໜ້າທີ່ຮັກສາຄວາມ ປອດໄພທີ່ເປັນຄົນເພາະນີ້ຈະເປັນ ລະບົບ AI security guard ຂອງຈິງ.

ແນວຄິດຂອງ Stanley ບໍ່ໄດ້ ຫວັງປິດກັ້ນການໃຊ້ງານ AI security guard ແຕ່ຕ້ອງການໃຫ້ມີການຄວບຄຸມອັນຕະລາຍທີ່ອາດ ເກີດຂຶ້ນ Stanley ໃນນາມ ACLU ຈຶ່ງຮຽກຮ້ອງໃຫ້ມີການອະນຸມັດກົດໝາຍເພື່ອບັງຄັບໃຊ້ກັບລະບົບການເຝົ້າລະວັງອັດສະລິຍະຊຶ່ງຕ້ອງມີກົດເກນທີ່ໂປ່ງໃສເພື່ອໃຫ້ປະຊາຊົນ ສາມາດເຂົ້າໃຈວ່າກ້ອງເຫຼົ່ານີ້ໃຊ້ ການແນວໃດ?.

  ພາບ  ແລະຂາ່ວຈາກ: ໜັງສືິພິມເສດຖະກິດ-ສັງຄົມ