4 ອາຫານ ຊ່ວຍເພີ່ມນໍ້ານົມແມ່ລູກອ່ອນ

ປະຈຸບັນ ຄົນສ່ວຫຼາຍມັກພົບບັນຫານໍ້ານົມໜ້ອຍ, ມື້ນີ້ເຮົາມີອາຫານທີ່ຈະມາແນະນຳໃຫ້ແມ່ລູກອ່ອນໃຫ້ຮູ້ກັນເພື່ອເພີ່ມນໍ້ານົມໃຫ້ລູກນ້ອຍໄດ້ເຕັມທີ່ ແລະການເລີ່ມຕົ້ນເປັນແມ່ຕ້ອງໄດ້ດູແລຕົວເອງເພາະຫຼັງຈາກມີລູກແລ້ວກໍເທົ່າກັບວ່າມີອີກໜຶ່ງຊີວິດທີ່ເຈົ້າຕ້ອງເພີ່ມຄວາມເອົາໃຈໃສ່ຕັ້ງແຕ່ຕອນຖືພາຈົນເກີດອອກມາ, ຮ່າງກາຍຂອງແມ່ຕ້ອງກຽມຄວາມ ພ້ອມສຳຫຼັບການໃຫ້ອາຫານທີ່ດີທີ່ສຸດແກ່ລູກຮັກນັ້ນ ກໍຄື “ນໍ້ານົມແມ່”.

  1. ຜັກຕຳນິນ: ມີເສັ້ນໃຍອາຫານໃນປະລິມານ ຫຼາຍຊ່ວຍບຳລຸງນໍ້ານົມແມ່ສຸດໆ, ນອກຈາກນີ້ ໃນຜັກ ຕຳນິນຍັງມີໂປຣຕີນ, ວິຕາມິນເອ, ວິຕາມິນບີ1, ບີ2, ບີ3,  ວິຕາມິນຊີ, ແຄວຊຽມ.
  2. ຂີງ: ມີໂປຣຕີນ, ໄຂມັນ, ແຄວຊຽມ, ວິຕາ ມິນເອ, ວິຕາມິນບີ1, ບີ2, ຄາໂບໄຮເດດ ແລະຍັງມີສັບພະຄຸນຊ່ວຍຂັບເຫື່ອ, ເພີ່ມການໄຫຼວຽນຂອງ ເລືອດ ແລະເຮັດໃຫ້ນໍ້ານົມໄຫຼອອກມາສະດວກ.
  3. ຫົວປີ: ມີທາດເຫຼັກຊ່ວຍກະຕຸ້ນນໍ້ານົມໄດ້ດີີ ແລະມີແຄວຊຽມສູງ, ມີໂປຣຕີນ, ຟອສຟໍຣັສ ແລະສານອື່ນໆ ທີ່ຊ່ວຍປ້ອງກັນພະຍາດກະເພາະ, ລຳໄສ້, ບຳລຸງເລືອດໄດ້ອີກດ້ວຍ.
  4. ໃບກະເພົາ: ມີແຄວຊຽມ, ທາດເຫຼັກ, ຟອສ ຟໍຣັສສູງ ຊຶ່ງຄວາມຮ້ອນຈາກໃບກະເພົາຊ່ວຍການໄຫຼວຽນຂອງເລືອດ, ຊ່ວຍເພີ່ມນໍ້ານົມໃຫ້ກັບແມ່ລູກອ່ອນໄດ້.
  5. ພາບ  ແລະຂາ່ວຈາກ: ໜັງສືິພິມເສດຖະກິດ-ສັງຄົມ