ຊຳຊຸງກຽມໃຊ້ຊິບ Exynos9630 ກັບສະມາດໂຟນ Galaxy A

ແຫຼ່ງຂ່າວວົງໃນເຜີຍວ່າ Samsung  ກຽມທີ່ຈະໃຊ້ຊິບເຊັດ Exynos 9630 ທີ່ທາງSam sung  ໄດ້ພັດທະນາຂຶ້ນຈາກ  Exynos 9610 ໃນປີ 2020.

ຊິບເຊັດ Exynos 9630 ໄດ້ ຖືກນຳມາໃຊ້ໃນ Galaxy A50 ແລະສະມາດໂຟນອີກຫຼາຍລຸ້ນໃນປີ 2019 ນີ້ລາຍງານດັ່ງກ່າວອ້າງ ວ່າຊິບເຊັດ  EXYnos 9630 ກຳລັງຢູ່ໃນຂັ້ນຕອນການທົດສອບ ແລະອາດໃຊ້ເຕັກໂນໂລຊີການຜະ ລິດລະດັບ  8  ນາໂນແມັດ  ເຊັ່ນດຽວ ກັບຊິບເຊັດ Exynos 9820 ທີ່ ໃຊ້ກັບສະມາດໂຟນເຮືອທຸງຂອງ Samsung ໃນປີ 2019 ນີ້ຊຶ່ງ ຈະຊ່ວຍປັບປຸງປະສິດທິພາບການໃຊ້ພະລັງງານໄດ້ຫຼາຍຂຶ້ນກວ່າ Exynos 9610 ທີ່ໃຊ້ກັນໃນປະ ຈຸບັນນີ້.

ລາຍງານດັ່ງກ່າວລະບຸຕື່ມວ່າທາງ  Samsung  ຈະນຳມາໃຊ້ຊິບ ເຊັດ  Exynos 9630  ກັບສະມາດ ໂຟນລະດັບກາງຄື  Galaxy A51 ແລະA71.ນອກເໜືອຈາກ Exynos 9630 ແລ້ວນັ້ນຍັງມີລາຍງານວ່າ Samsung ຈະນຳຊິບເຊັດເຮືອ ທຸງລຸ້ນຫຼ້າສຸດຄື  Exynos 9825 ຊຶ່ງພັດທະນາຈາກ  Exynos 9820 ແລະໄດ້ຄະແນນການທົດສອບ  Ben chmark ສູງກວ່າ Snapdragon 855+ ມາໃຊ້ກັບສະມາດໂຟນ ເຮືອທຸງ Glaxy Note 10 ແລະ Note 10+ (ເປີດໂຕເມື່ອວັນທີ 7 ສິງຫາ 2019)  ທີ່ໄດ້ວາງຈຳໜ່າຍ ໃນແຖບອາເມລິກາເໜືອ.

  ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ